ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍຊາວໜຸ່ມຫ້ອງເຕັກນິກສະຫຼຸບວຽກງານ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2021-06-12 13:22:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1800 | ຄວາມນິຍົມ:



ຕອນເຊົ້າວັນທີ 11 ມີຖຸນາ 2021 ນີ້, ຊາວໜຸ່ມຫ້ອງເຕັກນີກ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳມ່ວງ ໄຂທອງ, ຮອງຫົວໜ້າຫ້ອງເຕັກນິກ ມີບັນດາສະມະຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ. ສະຫາຍ ຮ້ອຍໂທ ບຸນຍອງ ແກ້ວຈັນຕະວັນ ໄດ້ຂື້ນຜ່ານບົດສະຫຼຸບ 6 ເດືອນຕົ້ນປີ ຜ່ານມາ ຊີ້ໃຫ້ເຫັນວ່າຊາວໜຸ່ມພາຍໃນໜ່ວຍມີເເນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ເເນວທາງຂອງພັກ, ຕັ້ງໜ້າປະຕິບັດວຽກງານທີ່ຂັ້ນເທີງມອບໝາຍໃຫ້ ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດ, ວິຊາສະເພາະຂອງຕົນ. ພ້ອມຍັງເຂົ້າຮ່ວມກິດຈະກຳຕ່າງໆຂອງຫ້ອງ ກໍ່ຄືພາຍໃນກອງບັນຊາການ ແລະ ອື່ນໆ. ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເຊິ່ງຈະໄດ້ປັບປຸງຂໍ້ຄົງຄ້າງເປັນຕົ້ນຍັງມີສະມະຊິກບາງສະຫາຍຂາດສະຕິຕໍ່ການຈັດຕັ້ງ, ຂາດຄວາມຕື່ນຕົວໃນການເຄືອນໄຫວວຽກງານຂອງຊາວໜຸ່ມພາຍໃນໜ່ວຍ ກໍ່ຄືກອງບັນຊາການ, ສືບຕໍ່ຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບ, ສ້າງຊາວໜຸ່ມທີ່ດີເດັ່ນ ໂດຍເອົາຂໍ້ແຂ່ງຂັນ 4 ບຸກເປັນຫຼັກ. ຈາກນັ້ນ ຍັງໄດ້ມີການລົງຄະແນນ ເພື່ອແບ່ງປະເພດຊາວໜຸ່ມດ້ວຍ. ໃນຕອນທ້າຍ ສະຫາຍ ພັນໂທ ຄຳມ່ວງ ໄຂທອງ ໄດ້ໂອ້ລົມຕໍ່ກອງປະຊຸມ ສະຫາຍໄດ້ກ່າວຊົມເຊີຍຕໍ່ຜົນ ງານຜ່ານມາຂອງຊາວໜຸ່ມຫ້ອງເຕັກນີກ ທີ່ສາມາດເຮັດສຳເລັດໜ້າທີ່ ແລະ ສ້າງຜົນງານຫລາຍດ້ານ, ພ້ອມທັງ ເນັ້ນໜັກໃຫ້ຊາວໜຸ່ມຈົ່ງເອົາໃຈໃສ່ ຈັດຕັ້ງປະຕິບັດຕາມຂໍ້ກຳນົດກົດລະບຽບຂອງກອງບັນຊາການ, ປັບປຸງເເກ້ໄຂບັນດາຈຸດອ່ອນ ເສີມຂະຫຍາຍບັນດາມູນເຊື້ອອັນດີງາມຂອງກອງທັບ, ສ້າງຄວາມສາມັກຄີພາຍໃນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ນຳເອົາບັນດາແຜນການ, ວຽກງານໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດຜົນ, ຮຽກຮ້ອງໃຫ້ຊາວໜຸ່ມພາຍໃນໜ່ວຍກໍ່ຄືທົ່ວກອງບັນຊາການທະຫານເເຂວງ ໄຊສົມບູນ ຈົ່ງຕັ້ງໜ້າຕ້ານສະກັດກັ້ນທຸກກົນອຸບາຍມ້າງເພທຸລາຍຂອງສັດຕູ ເປັນກຳລັງເເຮງເເຂ່ງຂັນບຸກໜ້າ ເຮັດສຳເລັດທຸກໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ໂດຍ: ຊັ້ນ 1 ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ