ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍພາກສະໝາມລ້ານຊ້າງປິ່ນປົວຜູ້ຕິດໂຄວິດ-19 ຫາຍດີແລ້ວ 114 ຄົນ
ເວລາອອກຂ່າວ: 2021-06-11 15:05:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 312 | ຄວາມນິຍົມ:



ທ່ານ ດຣ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ໃນນາມຫົວໜ້າໂຮງໝໍພາກສະໝາມລ້ານຊ້າງ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະສະເພາະກິດ ເພື່ອສະກັດກັ້ນ ແລະ ແກ້ໄຂພະຍາດໂຄວິດ-19 ຂັ້ນສູນກາງ ກໍຄືນະຄອນຫຼວງວຽງຈັນ, ພາຍຫຼັງການກໍ່ສ້າງສ້ອມແປງສໍາເລັດ ແລະ ໄດ້ຈັດພິທີມອບ-ຮັບ ເປັນທາງການໃນວັນທີ 03 ພຶດສະພາ 2021 ທາງຄະນະສະເພາະກິດນະຄອນຫຼວງວຽງຈັນ ໄດ້ມອບໂຮງໝໍພາກສະໜາມແຫ່ງນີ້ ໃຫ້ແກ່ພະແນກສາທາລະນະສຸກນະຄອນຫຼວງ ເປັນຜູ້ບໍລິຫານຄຸ້ມຄອງ, ເຊິ່ງເລີ່ມແຕ່ວັນທີ 3 ພຶດສະພາ ເປັນຕົ້ນມາ, ມາຮອດປັດຈຸບັນມີຜູ້ມາເຂົ້າມາປິ່ນປົວພະຍາດໂຄວິດ ຢູ່ໃນສູນແຫ່ງນີ້ທັງໜົດ 143 ຄົນ, ປິ່ນປົວຫາຍດີແລ້ວ 114 ຄົນ, ໃນນີ້ໄດ້ຈັດສົ່ງໄປປິ່ນປົວຢູ່ແຫ່ງອື່ນ 10 ຄົນ ແລະ ຍັງສືບຕໍ່ປິ່ນປົວ 19 ຄົນ. ໃນຈໍານວນ 143 ຄົນນີ້ ແມ່ນກວມເອົາປະຊາຊົນລາວໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນຊາວ ນະຄອນຫຼວງວຽງຈັນ, ກຸ່ມເປົ້າໝາຍທີ່ໃກ້ຊິດ ແລະ ພົວພັນກັບຜູ້ຕິດເຊື້ອພະຍາດໂຄວິດ -19 ເຊິ່ງແຕ່ລະເປົ້າໝາຍແມ່ນພວກເຮົາໄດ້ຮັບມາຈາກຄະນະສະເພາະກິດສູນກາງເປັນຜູ້ສົ່ງເຂົ້າມາປິ່ນປົວ. ທ່ານຫົວໜ້າໂຮງໝໍພາກສະໜາມກ່າວຕື່ມວ່າ: ເມື່ອມາຮອດສູນແລ້ວພວກເຮົາໄດ້ເອົາໃຈໃສ່ຕິດຕາມປິ່ນປົວຕາມອາການ, ຕາມແຕ່ລະກໍລະນີຢ່າງເໝາະສົມ, ພ້ອມທັງເອົາໃຈໃສ່ເຝົ້າລະວັງແຕ່ລະກໍລະນີຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ, ໃນນີ້ໄດ້ວັດແທກອຸນຫະພູມ, ກວດກໍາມະຈອນ ແລະ ບໍລິມາດອົກຊີເຈນໃນເລືອດ ແລະ ໃຫ້ຢາປິ່ນປົວຕາມຫຼັກວິຊາການແພດ. ຢ່າງໃດກໍຕາມຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ພວກເຮົາແມ່ນພົບຄວາມຫຸຍ້ງຍາກ, ອຸປະສັກ ແລະ ສິ່ງທ້າທາຍຫຼາຍປະການເປັນຕົ້ນແມ່ນ ອຸປະກອນຮັບໃຊ້, ຢາປິ່ນປົວຕາມອາການທີ່ບໍ່ໄດ້ນອນໃນຄູ່ມືການປິ່ນປົວພະຍາດໂຄວິດ-19, ບົດຮຽນ ແລະ ປະສົບການ ຂອງແພດໝໍຈໍານວນໜື່ງຍັງຈໍາກັດ, ຜູ້ມາປິ່ນປົວມີຈຳນວນໜຶ່ງບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ເທົ່າທີ່ຄວນ ມີການລະເມີດຄໍາສັ່ງຂອງເຈົ້າໜ້າທີ່ຝ່າຝືນລະບຽບຫຼັກການ ແລະ ບໍ່ປະຕິບັດຕາມຄຳແນະນຳຂອງແພດໝໍ. ທ່ານ ຫົວໜ້າໂຮງໝໍໄດ້ກ່າວຕອນທ້າຍວ່າ ແນວໃດກໍຕາມໂດຍຢຶດໝັ້ນຕໍ່ນໍ້າໃຈຂອງແພດປະຕິວັດ, ພວກຂ້າພະເຈົ້າໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເພື່ອອຸທິດໃຫ້ແກ່ການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນຄັ້ງນີ້ ດ້ວຍຄວາມຈູບຈ້າວຫ້າວຫັນ ແລະ ບໍ່ຮູ້ອິດຮູ້ເມື່ອຍ, ໂດຍຍົກສູງວິຊາສະເພາະ ແລະ ຈັນຍາບັນ, ຈັນຍາທໍາ ໃນອາຊີບຂອງຕົນດ້ວຍຄວາມຫ້າວຫັນ ແລະ ກະຕືລືລົ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃນຄັ້ງນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ