ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ຈັດມອບເງິນຊົດເຊີຍອຸດໜູນ-ບໍານານ ໃຫ້ພະນັກງານພັກການ
ເວລາອອກຂ່າວ: 2021-06-11 11:18:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 768 | ຄວາມນິຍົມ:



ໃນຕົ້ນເດືອນ ມີຖຸນາ 2021 ນີ້, ກອງພົນທີ 2 ໄດ້ຈັດພິທີມອບເງິນຊົດເຊີຍອຸດໜູນ ໃຫ້ນາຍທະຫານທີ່ພັກການຮັບເບ້ຍບໍານານ, ຢູ່ທີ່ສູນບັນຊາຂອງກອງພົນ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2, ມີບັນດາສະຫາຍຄະນະຫ້ອງ, ພະແນກການທີ່ກ້ຽວຂ້ອງ ແລະ ນາຍທະຫານ ທີ່ພັກການເບ້ຍບໍານານເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ໄຊຊະນະ ສີສົມພອນ ຮອງຫົວໜ້າພະແນກພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານພັກການ ຮັບເງິນຊົດເຊີຍອຸດໜູນ-ບໍານານ. ໂດຍອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ເລກທີ 54 / ສພຊ, ລົງວັນທີ 27 / 06 / 2018. ອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ເລກທີ 43 / ສພຊ , ລົງວັນທີ 14 / 06 / 2018 ໝວດທີ I ມາດຕາ 33 ແລະ 34. ອີງຕາມຄໍາຮ້ອງ ຂອງຜູ້ກ່ຽວ ແລະ ການຄົ້ນຄວ້ານໍາສະເໜີຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດ. ໄດ້ຕົກລົງ ໃຫ້ນາຍທະຫານພັກການ ຮັບເງິນຊົດເຊີຍອຸດໜູນ-ບໍານານ, ຈໍານວນ 33 ສະຫາຍ. ລວມເງິນທັງໝົດທີ່ນໍາມາມອບ 656,981,000 ກີບ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ກໍໄດ້ມີຄໍາຄິດຄໍາເຫັນໂອ້ລົມຕໍ່ບັນດານາຍທະຫານ ທີ່ພັກການຮັບເງິນຊົດເຊີຍອຸດໜູນ-ບໍານານໃນຄັ້ງນີ້. ສະຫາຍ ໄດ້ກ່າວຄໍາສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີຕະຫຼອດໄລຍະເວລາທີ່ເຮັດການປະຕິວັດໃນໄລຍະຜ່ານມາ ຂອງບັນດາສະຫາຍ ໂດຍອີງຕາມຄວາມເປັນຈິງ ຂອງປະເທດຊາດແມ່ນຮຽກຮ້ອງຕ້ອງການພະນັກງານຜູ້ໜຸ່ມນ້ອຍ, ຜູ້ທີ່ມີຄວາມຮູ້ ຄວາມສາມາດ. ສະນັ້ນ, ການຈັດຕັ້ງຂັ້ນເທິງ ຈຶ່ງມີນະໂຍບາຍ ຕໍ່ນາຍທະຫານ ຜູ້ທີ່ພັກການຮັບເງິນຊົດເຊີຍອຸດໜູນ-ບໍານານ. ນອກນັ້ນ, ຍັງໄດ້ແນະນໍາ ໃຫ້ບັນດາສະຫາຍ ຈົ່ງນໍາເອົາເງິນທີ່ໄດ້ຮັບນັ້ນໄປໝູນໃຊ້ ໃນຄອບຄົວຢ່າງຖືກຕ້ອງ ແລະ ເກີດປະໂຫຍດ. ໂດຍ: ຄໍາຮັກ ໄຊວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ