ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 5 ປະກາດການຈັດຕັ້ງຂັ້ນນໍາພາ-ບັນຊາ
ເວລາອອກຂ່າວ: 2021-06-11 11:13:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ໃນວັນທີ 9 ມິຖຸນາ 2021 ນີ້. ຢູ່ກອງພົນທີ 5 ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ ຂື້ນ.ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອີນປານພີມ ກຳມະການປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີສະຫາຍ ພັນເອກ ບຸນທັນ ມາບຸດສະດີ ຫົວໜ້າການເມືອງກອງພົນທີ 5 , ມີ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງ ຫົວໜ້າກົມພະນັກງານ ກົມໃຫ່ຍການເມືອງກອງທັບ ພ້ອມດ້ວຍແຂກເຊີນຈາກກຳລັງຫຼວງ , ກໍາລັງທ້ອງຖີ່ນ 4 ແຂວງພາກໃຕ້ , ຄະນະປະຈຳພັກແຂວງໆຈຳປາສັກ , ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ຫ້ອງການປ້ອງກັນຊາກແຂວງ, ພະນັກງານວິຊາການ ຈາກກົມໃຫ່ຍການເມືອງກອງທັບ , ພະແນກການ , ກົມກອງທົ່ວກອງພົນທີ 5 ເຂົ້າຮ່ວມ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍ່ໄດ້ຂື້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ກອງພົນທີ 5 ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ເປັນຫົວໜ້າການເມືອງກອງພົນທີ 5 ທັງເປັນເລຂາຄະນະພັກກອງພົນ ປ່ຽນແທນສະຫາຍ ພັນເອກ ບຸນທັນ ມາບຸດສະດີ ທີ່ລໍຖ້າພັກການຮັບບຳນານ , ແຕ່ງຕັ້ງສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ເປັນຫົວໜ້າການທະຫານ ທັງເປັນຮອງເລຂາຄະນະພັກກອງພົນ, ຈາກນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍແຕ່ງຕັ້ງຮອງການເມືອງ ແລະ ຮອງການທະຫານກອງພົນທີ 5. ໃນນີ້ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄຳກົດ ອີນສີນາ ເປັນກຳມະການກວດກາພັກ ທັງເປັນຫົວໜ້າຫ້ອງການເມືອງ ກອງພົນທີ 5 , ແຕ່ງຕັ້ງ ສະຫາຍ ພັນໂທ ບຸນສົມ ອີນທະລາ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງເສນາທິການ ກອງພົນທີ 5 , ແຕ່ງຕັ້ງ ສະຫາຍ ພັນໂທ ສຳລີ ຈັນທະວົງ ຮອງຫົວໜ້າຫ້ອງການເມືອງ ຍົກຍ້າຍໄປເປັນຫົວໜ້າການເມືອງກອງພັນໃຫ່ຍ 501 , ແຕ່ງຕັ້ງ ສະຫາຍ ພັນໂທ ໄຊສົມພອນ ດວງພະຈັນ ເປັນຫົວໜ້າການທະຫານກອງພັນໃຫ່ຍ 502 , ແຕ່ງຕັ້ງ ສະຫາຍ ພັນໂທ ເພັດລວງຄຳ ວິໄລທອນ ເປັນຮອງຫົວໜ້າຫ້ອງການເມືອງ, ແຕ່ງຕັ້ງ ສະຫາຍ ພັນໂທ ສຸບັນ ແພງປະເສີດ ເປັນຫົວໜ້າການທະຫານສູນຝືກ ທັງເປັນເລຂາຄະນະພັກ ສູນຝຶກ ກອງພົນທີ 5, ແຕ່ງຕັ້ງ ສະຫາຍ ພັນໂທ ບຸນເຊີຍ ສີປະເສີດ ແລະ ສະຫາຍ ພັນໂທ ບຸນທຽມ ພີມພາສີງ ເປັນຮອງຫົວໜ້າຫ້ອງເສນາທິການກອງພົນນໍາອີກ. ຂ່າວ:ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ