ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍສູນກາງ 103 ກອງທັບ ຈັດພິທີຕ້ອນຮັບຄະນະຊ່ຽວຊານການແພດ ສປ ຈີນ
ເວລາອອກຂ່າວ: 2021-06-11 11:01:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



ວັນທີ 9 ມິຖຸນາ 2021 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີຕ້ອນຮັບ ຄະນະຊ່ຽວຊານການແພດ ສປ ຈີນ ນຳໂດຍ ຮສຈ ຫວັງເຫວີນ ພ້ອມຄະນະ, ໃຫ້ກຽດຕ້ອນຮັບຂອງສະຫາຍ ພັນເອກ ດຣ. ວັນເພັງ ພວງສາວະດີ ຮອງກົມເສນາຮັກ, ກົມໃຫ່ຍພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ດຣ. ຄຳແພງ ພົມມາແກ້ວ, ຄະນະພັກກົມໃຫຍ່ພະລາທິການ, ເລຂາພັກໂຮງໝໍ, ຫົວໜ້າການເມືອງ ໂຮງໝໍສູນກາງ 103, ມີສະຫາຍ ພັນເອກ ດຣ. ສຸລິພັນ ເພັດຈັນທະລາ, ຮອງເລຂາພັກ, ຫົວໜ້າການທະຫານ ໂຮງໝໍສູນກາງ 103 ພ້ອມດ້ວຍຄະນະອໍານວຍການ ແລະ ຄະນະພະແນກທົ່ວໂຮງໝໍສູນກາງ 103 ກອງທັບເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພົນຈັດຕະວາ ດຣ. ຄຳແພງ ພົມມາແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາປະຕິບັດໜ້າທີ່ ຂອງສະຫາຍ ຮສຈ ຫວັງເຫວີນ ພ້ອມຄະນະ, ທັງນີ້ ກໍເພື່ອປະຕິບັດຕາມສັນຍາແຮກສ່ຽວ ລະຫວ່າງ ໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ ແລະ ໂຮງໝໍສູນກາງ 103 ປະຊາຊົນລາວ, ເຊິ່ງແຜນການດັ່ງກ່າວ ແມ່ນການຊ່ວຍເຫຼືອທາງດ້ານ ເຕັກນິກການແພດ ຢູ່ໂຮງໝໍສູນກາງ 103, ຜ່ານການປະຕິບັດໜ້າທີ່ຂອງ ຄະນະຊ່ຽວຊານການແພດ ສປ ຈີນ ຊຸດທີ 4 ໄລຍະເດືອນ 6 ແມ່ນໄດ້ເຮັດສຳເລັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມາຮອດວັນທີ 25 ພຶດສະພາ 2021 ນີ້ ຄະນະຊ່ຽວຊານການແພດ ສປ ຈີນ ຊຸດທີ 5 ກໍໄດ້ເຂົ້າມາຮັບໜ້າທີ່ເຮັດວຽກຊ່ວຍເຫຼືອທາງດ້ານເຕັກນິກການແພດ ຢູ່ໂຮງໝໍສູນກາງ 103 ແລະ ຫວັງຢ່າງຍິ່ງວ່າ ຈະເປັນອີກບາດກ້າວໜຶ່ງ ໃນການເສີມຂະຫຍາຍສາຍພົວພັນ ໂດຍສະເພາະຂົງເຂດວຽກງານເຕັກນິກການແພດ ໃຫ້ນັບມື້ເຂັ້ມແຂງ. ສະຫາຍ ຮສຈ ຫວັງເຫວີນ ກໍໄດ້ກ່າວສະແດງຄວາມຂອບໃຈ ໃນການຕ້ອນຮັບທີ່ອົບອຸ່ນ ພ້ອມທັງພ້ອມທັງແນະນຳບັນດາຊ່ຽວຊານມາໃນຄັ້ງນີ້ ມີ ຮສຈ ຫວັງເຫວີນ ຊ່ຽວຊານແພດຢາພື້ນເມືອງ, ຮສຈ ປີ້ີ້ີ້ີ້ີ້ີ້ີ້ີ້ີ້ີ້ີ້ີີ້ຫຼົງ ຊ່ຽວຊານຜ່າຕັດກະທົບກະດູກ, ຮສຈ ໂຈ່ເຢ້ເຟ່ ຊ່ຽວຊານຜ່າຕັດລະບົບປະສາດ, ຮສຈ ຫລີຢາງ ຊ່ຽວຊານສັນຍາກຳ, ຮສຈ ໝ່າເຈ່ຍເຈ່ຍ ຊ່ຽວຊານປະສູດພະຍາດຍິງ, ຮສຈ ອີ່ທ່າວ ຊ່ຽວຊານຫົວໃຈເສັ້ນເລືອດ, ຮສຈ ສາຍນ້າ ຊ່ຽວຊານລັງສີ, ພະຍາບານ ຫຼີຢ້ຽນຟ່າງ ຊ່ຽວຊານພະຍາບານພາຍໃນປິ່ນປົວລະບົບລະລາຍ, ພ້ອມນີ້ ສະຫາຍຍັງໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ. ຈາກນັ້ນ ສະຫາຍ ພັນເອກ ດຣ. ສຸລິພັນ ເພັດຈັນທະລາ ໄດ້ລາຍງານສະພາບໂຮງໝໍສູນກາງ 103 ກອງທັບ ໃຫ້ຄະນະຊ່ຽວຊານໄດ້ຮັບຊາບ. ໃນຕອນທ້າຍ ສະຫາຍ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ກໍໄດ້ມີຄຳເຫັນຕໍ່ພິທີ ເຊີ່ງສະຫາຍໄດ້ຕີລາຄາສູງ ຕໍ່ການມາປະຕິບັດໜ້າທີ່ຂອງຄະນະຊ່ຽວຊານການແພດ ສປ ຈີນ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າການຮ່ວມມືສອງຝ່າຍໂດຍສະເພາະກໍຄືໂຮງໝໍຊີຈິງ ແລະ ໂຮງໝໍສູນກາງ 103 ກອງທັບ ຈະໝັ້ນຄົງທະນົງແກ່ນ ແລະ ຮ່ວມມືກັນພັດທະນາເຕັກນິກການແພດໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ