ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນທະຫານຮາບ 94 ຈັດຕັ້ງຍິງລູກປືນແທ້ ໃຫ້ທະຫານໃໝ່
ເວລາອອກຂ່າວ: 2021-06-11 10:56:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 684 | ຄວາມນິຍົມ:



ໃນຕົ້ນເດືອນ ມີຖຸນາ 2021 ນີ້. ກອງພັນທະຫານຮາບ 94 ກອງພົນທີ 4 ໄດ້ຈັດຕັ້ງຍີງລູກປືນແທ້ໃຫ້ທະຫານໃໝ່ປະຈຳປີ 2021 ຂຶ້ນ, ຢູ່ທີ່ສະໜາມຍິງປືນຂອງກອງພັນທະຫານຮາບ 94. ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສ ນາທິການກອງພົນທີ 4, ມີ ຄະນະພັກ - ຄະນະບັນຊາກອງພັນ 94, ພະນັກງານ, ຄູ - ອາຈານ ພ້ອມດ້ວຍ ທະຫານໃໝ່ເຂົ້າຮ່ວມ. ການຍິງລູກປືນແທ້ໃນຄັ້ງນີ້ ມີທະຫານໃໝ່ເຂົ້າຮ່ວມ 50 ສະຫາຍ ທີ່ໄດ້ຜ່ານການອົບຮົມ-ຫັດແອບພາກທິດສະດີ ມາເປັນເວລາ 90 ວັນ ໃຫ້ທະຫານໃໝ່ ໃນນີ້ໄດ້ ອົບຮົມ-ຫັດແອບ ສິລະປະຢຸດ - ຢຸດທະວິທີທະຫານຮາບ, ຄວາມຮູ້ພື້ນຖານ - ວຽກງານພັກ - ວຽກງານການເມືອງໃນສະພາບຕ່າງໆ, ຮູ້ໄດ້ທິດສະດີຫຼັກການນຳໃຊ້ອາວຸດໃຫ້ມີຄວາມຊຳນິ - ຊຳນານ, ພ້ອມທັງຍົກລະດັບຄວາມຮູ້, ຄວາມສາມາດກຽມພ້ອມເຮັດສຳເລັດໜ້າທີ່ການເມືອງໃຫ້ໄດ້ຮັບໝາກຜົນສູງ, ພ້ອມທັງຊຸກຍູ້ຂະບວນການ ການຈັດຕັ້ງປະຕິບັດຂໍ້ກຳນົດ - ກົດລະບຽບ, ແບບແຜນວິທີເຮັດວຽກ ແລະ ຝຶກຜົນຫຼໍ່ຫຼອມທົດສອບກຳລັງແຮງກາຍ ຄວາມສາມັກຄີໃຫ້ເປັນປຶກແຜ່ນ, ກຽມພ້ອມຮັບໃຊ້ຊາດ ກໍ່ຄືກໍາລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ. ໃນການຈັດຕັ້ງຍິງລູກປືນແທ້ໃນຄັ້ງນີ້ ແມ່ນຍິງປືນ AKM ໄລຍະໄກ 100 ແມັດ ຜ່ານການຫັດແອບປະສານສຽງແຕກຕົວຈິງເຫັນວ່າ ແຕ່ລະສະຫາຍ, ແຕ່ລະພາກສ່ວນ ສາມາດກໍາແໜ້ນບົດຮຽນໄດ້ດີ, ສະແດງອອກຜົນໄດ້ຮັບຕົວຈິງ ຂັ້ນເກັ່ງ 22 ສະຫາຍ ເທົ່າກັບ 11 %, ຂັ້ນດີ 8 ສະຫາຍ ເທົ່າກັບ 9 %. ສະເລ່ຍກົມກອງທັງໝົດໄດ້ຂັ້ນເກັ່ງ. ເຊິ່ງສາມາດບັນລຸໄດ້ເກີນຄາດໝາຍທີ່ວາງໄວ້ ແລະ ຍັງສາມາດຮັກສາຄວາມປອດໄພໄດ້ 100%. ຂ່າວໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ