ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫະພັນແມ່ຍິງເມືອງຜົ້ງສາລີ ແລະ ຄະນະສະເພາະກິດເມືອງຜົ້ງສາລີ ລົງມອບເຄືອງໃຫ້ສູນກັນບໍລິເວນ,ໂຮງໝໍທະຫານແຂວງ ແລະ ໂຮງໝໍຊຸມຊົນ
ເວລາອອກຂ່າວ: 2021-06-11 10:48:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:



ວັນທີ 8 ມີຖຸນາ 2021 ນີ້, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງຜົ້ງສາລີ ສົມທົບກັບຫົວໜ້າຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ເມືອງຜົ້ງສາລີ ໄດ້ລົງມອບເຄື່ອງໃຫ້ສູນກັກກັນບໍລິເວນ, ໂຮງໝໍທະຫານແຂວງ ແລະ ໂຮງໝໍຊຸມຊົນ, ເຄື່ອງທີນໍາໄປມອຍໃນຄັ້ງນີ້ ມີແພອັດປາກ 35 ກັບ, ນໍ້່າດື່ມ 9 ແພັກ, ໝີ່ປ໋ອງ 6 ແກັດ ແລະ ໄຂໄກ່ 12 ແຕະ ລວມມູນຄ່າທັງໝົດ 1.800.000 ກີບ, ກ່າວມອບໂດຍ ທ່ານ ບຸນທອງ ຕິງສົມເຮືອງ ຮອງເຈົ້າເມືອງ ພ້ອມດ້ວຍຄະນະປະທານສະຫະພັນແມ່ຍິງເມືອງ ແລະ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ເມືອງຜົ້ງສາລີ ແລະ ຕາງໜ້າໂຮງໝໍທະຫານແຂວງ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ຄໍາຢິນ ໄຊສົມຢາ ອໍານວຍການໂຮງໝໍທະຫານແຂວງພ້ອມຄະນະຮັບຜີດຊອບສູນກັນບໍລິເວນ, ໂອກາດທີ່ມີຄວາມໝາຍສໍາຄັນນີ້ ອໍານວຍການໂຮງໝໍທັງສອງແຫ່ງຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈມາຍັງຄະນະສະຫະພັນນສະຫະພັນແມ່ຍິງເມືອງຜົ້ງສາລີ ແລະ ຄະນະສະເພາະກິດເມືອງຜົ້ງສາລີທີ່ມີຄວາມເປັນຫ່ວງເປັນໄຍນໍາເອົາວັດຖຸປັດໃຈມາມອບໃນຄັ້ງນີ້ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາວັດຖຸປັດໄຈດັ່ງກ່າວໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ. ຂ່າວ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ