ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 2 ມອບເງິນຊ່ວຍເຫຼື່ອສ້າງວັດບ້ານໂພນໄຊ
ເວລາອອກຂ່າວ: 2021-06-11 10:34:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1082 | ຄວາມນິຍົມ:



ໃນຕົ້ນເດືອນ ມີຖຸນາ 2021 ນີ້, ກອງພົນທີ 2 ໄດ້ນໍາວັດຖຸປັດໄຈໄປມອບໃຫ້ວັດບ້ານໂພນໄຊ ເປັນເງິນສົດ ຈໍານວນ 6,000,000 ກີບ. ເພື່ອປະກອບສ່ວນເຂົ້າໃນການສ້າງປະຕູໂຂງເຂົ້າວັດ, ກຸຕິ ຈາກສະພາບເດີ່ມທີ່ມີຄວາມຊຸດໂຊມໃຫ້ດີຂື້ນກວ່າເກົ່າ ຕາງໜ້າກ່າວມອບໂດຍ ສະຫາຍ ພັນເອກ ຄໍາດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2 ແລະ ຕ່າງໜ້າພະສົງກ່າວຮັບແມ່ນ ສະຫາຍ ສົມພອນ ທຸມມາດີ ນາຍບ້ານໂພນໄຊ ພ້ອມດ້ວຍເຖົ້າແກ່ແນວໂຮມ ພະສົງສຳມະເນເຂົ້າຮ່ວມ. ໂອກາດນີ້ ນາຍບ້ານໆໂພນໄຊ ກໍໄດ້ສະແດງຄວາມຂອບໃຈຕໍ່ ຄະນະພັກ - ຄະນະບັນຊາກອງພົນທີ 2 ທີ່ນໍາເອົາວັດຖຸປັດໄຈມາມອບໃຫ້ໃນຄັ້ງນີ້ ແລະ ຍັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເງິນດັ່ງກ່າວໄປໝູນໃຊ້ເຂົ້າໃນໜ້າວຽກຕົວຈິງໃຫ້ຖືກຕ້ອງ ແລະ ເກີດຜົນປະໂຫຍດສູງສຸດ. ໂດຍ: ຄໍາຮັກ ໄຊວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ