ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ3 ເປັນເຈົາພາບເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ
ເວລາອອກຂ່າວ: 2021-06-11 10:22:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ໃນວັນທີ 10 ມີຖຸນາ 2021 ນີ້, ກອງພົນທີ3 ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມ້ະຕິກອງປະຊຸມໃຫຍ່ຄັງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດຂື້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍພົນຕີ ຈັນທອງ ສອນຕະອາດ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີປ້ອງກັນປະເທດ, ຮັກສາການຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພົນທີ3, ກອງບັນຊາການທະຫານແຂວງອຸດົມໄຊ, ແຂວງບໍ່ແກ້ວ, ຜົ້ງສາລີ, ຫຼວງນ້ຳທາ ພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ, ກົມກອງພາຍໃນ ກອງພົນທີ3 ເຂົ້າຮ່ວມ. ເອກະສານທີນຳມາເຊື່ອມຊຶ່ມໃນຄັ້ງນີ້ມີ: ມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີXI ຂອງພັກໂດຍສະເພາະແມ່ນເນື້ອໃນຕົ້ນຕໍ່ ແລະ ວຽກງານຈຸດສຸມທີຈະຕ້ອງໄດ້ຊີ້ນຳ-ນຳພາໃນແຕ່ລະຄົງເຂດວຽກງານຕາມຄວາມຮັບຜິດຊອບ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີຕໍ່ໜ້າ, ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI, ວັດຖຸປະສົງຂອງພັກແມ່ນນຳພາປວງຊົນລາວທັງຊາດດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີມີຫຼັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕໃຫ້ບັນລຸຕາມຈຸດປະສົ່ງຂອງພັກ ຍາມໃດກໍ່ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ ແລະ ມູນເຊື້ອອັນສະຫງ່າງາມຂອງພັກ ເປັນພື້ນຖານທິດສະດີ ຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງຮອບດ້ານທີມີຫຼັກການຂອງເຂົ້າສູ່ລວງເລິກ ສືບຕໍ່ບູລະນະລະບອບປະຊາທິປະໄຕໃຫ້ກ່າວຂື້ນສູ່ຈຸດໝາຍປ້າຍທາງສັງຄົມນີຍົມ, ພ້ອມນີ້ກໍ່ຍັງໄດ້ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງນາຍ ແລະ ພົນທະຫານທີໄດ້ຮັບອູດນູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ2ວັນຈິ່ງຈະສຳເລັດຕາມແຜນການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ