ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດ ໂອ້ລົມພະນັກງານຫຼັກແຫຼ່ງເຂດໃຈກາງຫຼາຍບັນຫາທີ່ສຳຄັນ
ເວລາອອກຂ່າວ: 2021-06-10 18:01:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ໃນໂອກາດເຂົ້າຮ່ວມເປັນປະທານປິດກອງປະຊຸມເຜິຍແຜ່ເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດໃນວັນທີ 10 ມິຖຸນາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນໂອ້ລົມບັນດາສະຫາຍຄະນະພັກ-ຄະນະບັນຊາກົມໃຫຍ່, ຫ້ອງວ່າການກະຊວງ, ກົມວິທະຍາສາດ-ປະຫວັດສາດການທະຫານ, ຫ້ອງການ, ກົມ, ກອງ ແລະ ພະນັກງານຫຼັກແຫຼ່ງເຂດໃຈກາງ ຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຮັດໃຫ້ບັນດາສະຫາຍ ສ້າງຄວາມເຊື່ອມຫມັ້ນ, ຄວາມຕັດສິນໃຈ ແລະ ຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ເນັ້ນໜັກໃຫ້ພະນັກງານຫຼັກແຫຼ່ງທຸກສະຫາຍທີ່ໄດ້ເຂົ້າຮ່ວມເຊື່ອມຊຶມໃນຄັ້ງນີ້ ຈົ່ງພ້ອມກັນສຸມໃສ່ສ້າງຄວາມສາມັກຄີເປັນປຶກແຜ່ນທົ່ວພັກ, ທົ່ວກອງທັບ ແລະ ປວງຊົນທັງຊາດ; ເສີມຂະຫຍາຍຈິດໃຈຮັກຊາດ, ຮັກລະບອບໃຫມ່, ສ້າງຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກ ແລະ ລັດ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງກອງທັບເຮົາ, ເດັດ ດ່ຽວແກ້ໄຂພະຍາດອາດຍາສິດ, ພັກພວກ, ຈຸ້ມເຈື້ອທ້ອງຖິ່ນ ແລະ ຕ້ານທຸກການແບ່ງແຍກ ຂອງສັດຕູ, ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ແລະ ພະນັກງານຫຼັກແຫຼ່ງແຕ່ລະສະຫາຍ ໃນການຈັດຕັ້ງປະຕິບັດແນວທາງ ແລະ ຮູ້ຫັນເອົາແນວທາງໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ພວກເຮົາເປັນພະນັກງານນໍາພາ-ບັນຊາ ຕ້ອງເປັນຜູ້ຮູ້ເຮັດ, ຮູ້ນໍາພາ-ບັນຊາ, ຮູ້ກວດກາຊຸກຍູ້ໃຫ້ພະນັກງານ-ນັກຮົບ ເຄື່ອນໄຫວຢ່າງມີປະສິດທິຜົນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຕາມຫຼັກການລວມສູນປະຊາທິ ປະໄຕ, ນໍາພາເປັນຫມູ່ຄະນະ, ແບ່ງປັນບຸກຄົນຮັບຜິດຊອບໃຫ້ຈະແຈ້ງ ແລະ ເຂັ້ມງວດ, ປະຕິບັດມະຕິຄໍາສັ່ງ, ລະບຽບວິໄນເຂັ້ມງວດ. ພ້ອມກັນນີ້, ກໍ່ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວພະນັກງານ ຢູ່ໃນກອງທັບເຮົາໃຫ້ຫມົດໄປ. ປັບປຸງທັດສະນະຫຼັກຫມັ້ນຊົນຊັ້ນໃຫ້ຫນັກແຫນ້ນ, ຍຶດຫມັ້ນອຸດົມການຂອງພັກ, ຮ່ຳຮຽນທິດສະດີມາກ-ເລນິນໃຫ້ມີຄວາມຮູ້ ແລະ ຄວາມສາມາດ ໃນພຶດຕິກໍາຕົວຈິງ, ຍົກສູງສະຕິຕື່ນຕົວປະຕິວັດ ແລະ ຄຸນສົມບັດສິນທໍາປະຕິວັດ.ພາຍຫຼັງບັນດາສະຫາຍກັບເມືອກົມກອງແລ້ວ ຕ້ອງຈັດຕັ້ງຜັນຂະຫຍາຍເນື້ອໃນ ຂອງກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິໃນຄັ້ງນີ້ ຢູ່ພາຍໃນກົມກອງຕົນ, ເພື່ອຄົ້ນຄ້ວາຮໍ່າຮຽນ, ເຊື່ອມຊຶມ ໃຫ້ທົ່ວເຖີງແຕ່ລະເປົ້າຫມາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ