ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 4 ຄົນ, 2 ຄົນແມ່ນກໍລະນີນຳເຂົ້າ
ເວລາອອກຂ່າວ: 2021-06-10 17:38:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ວັນທີ 10 ມີຖຸນາ ປີ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວຫນ້າກົມຄວບຄຸມພະຍາດ ຕິດຕໍ່, ກະຊວງສາທາລະນະສຸກ, ຕາງຫນ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ. ມາຮອດປະຈຸບັນ ວັນທີ 9 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງຫມົດ 1.410 ຕົວຢ່າງ, ກວດພົບຜູ້ຕິດເຊື້ອທັງຫມົດ 04 ກໍລະນີ, ຈາກນະຄອນຫຼວງວຽງຈັນ 2 ກໍລະນີ ແລະ ຈໍາປາສັກ 2 ກໍລະນີ, ສໍາລັບນະຄອນຫຼວງວຽງຈັນ ແມ່ນກໍລະນີຕິດເຊື້ອ ໃນຊຸມຊົນຕິດເຊື້ອ ຈາກການສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ 2 ຄົນຈາກແຂວງຈໍາປາສັກ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທໂດຍຖືກຕ້ອງຕາມກົດຫມາຍ. • ຕິດເຊື້ອສະສົມທັງຫມົດ 1.975 ກໍລະນີ (ໃຫມ່ 4), ເສຍຊີວິດ 3 ກໍລະນີ (ໃຫມ່ 0) - ປິ່ນປົວຫາຍດີສະສົມ 1.807 ກໍລະນີ, ກໍາລັງປິ່ນປົວ 165 ກໍລະນີ, ສໍາລັບຄົນເຈັບ ກໍລະນີມື້ວານ ທີ່ໄດ້ປະກາດຕາມຫາແມ່ນພົບຜູ້ກ່ຽວແລ້ວ ເນື່ອງຈາກຜູ້ກ່ຽວມີອາການບໍ່ສະບາຍຫຼາຍເລີຍຂາດການຕິດຕໍ່ໃນເບື້ອງຕົ້ນ, ຕອນນີ້ໄດ້ຮັບຄົນເຈັບເຂົ້າມາປິ່ນປົວຢູ່ໂຮງຫມໍເປັນທີ່ຮຽບຮ້ອຍ. ຄົນເຈັບ ແມ່ນເພດຊາຍ ອາຍຸ 57 ປີ ຢູ່ບ້ານຫນອງສະໂນຄໍາ ອາຊີບນັກແປພາສາ ຜູ້ສໍາຜັດໃກ້ຊິດກັບຜູ້ກ່ຽວສອງຄົນກໍ່ໄດ້ກວດຫາເຊື້ອ (1 ຄົນແມ່ນໃຫ້ຜົນ ບວກ ແລະ ອີກ 1 ຄົນແມ່ນນໍາໄປຈໍາກັດບໍລິເວນເພື່ອຕິດຕາມອາການ). ສໍາລັບກໍລະນີທີ 2 ຂອງຜູ້ຕິດເຊື້ອມື້ນີ້ແມ່ນຢູ່ຫ້ອງແຖວບ້ານຕານມີໄຊ ອາໃສຢູ່ນໍາຜູ້ຕິດເຊື້ອເກົ່າຜ່ານມາ. ປະຈຸບັນ ຈໍານວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 18 ບ້ານ ໃນ 06 ເມືອງ ແລະ ບ້ານໃຫມ່ທີ່ກໍານົດເປັນບ້ານເຂດແດງໃນວັນທີ 9 ມີຖຸ ນາ 2021 ແມ່ນບ້ານ ຫນອງສະໂນຄໍາ, ເມືອງ ສີໂຄດຕະບອງ. ສະຖານທີ່ເປີດໃຫ້ບໍລິການ ສັກວັກຊີນ: ປັດຈຸບັນ, ພວກເຮົາກໍາລັງເລັ່ງການສັກຢາວັກຊີນເຂັ້ມທີ່ 2 ທົ່ວປະເທດ, ຖ້າຫາກ ທ່ານສັກວັກຊີນ ອາສຕຣາເຊເນກາເຂັ້ມທີ 1 ໄດ້ຮອດ 8 ອາທິດແລ້ວ ທ່ານສາມາດ ໄປສັກເຂັມທີ 2 ທີ່ໄດ້ກໍານົດໄວ້: • ນະຄອນຫຼວງວຽງຈັນ ມີ ໂຮງຫມໍສູນກາງ, ໂຮງຫມໍເມືອງ, ສະມາຄົມຈີນ ບ້ານດົງປາແລບ (ໂມງລັດຖະການ). ສໍາລັບ ຕ່າງແຂວງ ແມ່ນສາມາດໄປສັກໄດ້ທີ່ ໂຮງຫມໍແຂວງທົ່ວປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ