ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນໍາແຂວງເຊກອງມອບ ອຸປະກອນການແພດ ແລະ ອາຫານແຫ້ງ ໃຫ້ໂຮງໝໍທະຫານແຂວງເຊກອງ
ເວລາອອກຂ່າວ: 2021-06-10 17:22:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1412 | ຄວາມນິຍົມ:



ວັນທີ 9 ມິຖຸນາ 2021 ນີ້, ການນໍາແຂວງເຊກອງ ມອບອຸປະກອນການແພດ ແລະ ອາຫານແຫ້ງໃຫ້ໂຮງໝໍ ທະຫານແຂວງ, ໂດຍການກ່າວມອບຂອງ ທ່ານ ຄໍາສອນ ກອນເຍີ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ແຂວງເຊກອງ ຫົວໜ້າສະເພາະກິດຕ້ານການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ມີ ທ່ານນາງ ດຣ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ແລະ ກ່າວຮັບໂດຍ ພັນໂທ ນາງ ປິ່ນແກ້ວ ດວງມະນີ ຄະນະອໍານວຍການໂຮງໝໍທະຫານແຂວງເຊກອງກອງ ພ້ອມດ້ວຍຄະນ . ເຄື່ອງທີ່ນຳມາມອບໃຫ້ໃນຄັ້ງນີ້ ປະກອບມີ ອາຫານແຫ້ງປະເພດໝີ່ສຳເລັດຮູບ ຈໍານວນ 15 ແກັດ, ຜ້າອັດປາກ 6500 ຜືນ, ເຈວລ້າງມື 10 ຂວດ, ຖົງມືອະເຊື້ອ ແລະ ບໍ່ອະເຊື້ອຈໍານວນ 2000 ຄູ່, ນໍ້າຢາບ້ວນປາກ 40 ຂວດ, ນໍ້າມັນກະທຽມ 20 ຂວດ, ອັງໂກນ 10 ຂວດ, ເຄື່ອງວັດແທກອຸນຫະພູມຈໍານວນ 2 ເຄື່ອງ, ວິຕາມິນບີກັອມແປັລດ 2 ແກັດ, ລວມມູນຄ່າທັງໝົດ 12 ລ້ານກວ່າກີບ. ທ່ານ ຄຳສອນ ກອນເຍີ ໃຫ້ຮູ້ວ່າ: ການຊ່ວຍເຫຼືອແລະມອບເຄື່ອງໃນຄັ້ງນີ້ແມ່ນການຊ່ວຍເຫຼືອຂອງການນໍາພັກ-ລັດ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຈາກການນໍາ ແລະອຳນາດການປົກຄອງທ້ອງຖິ່ນ ກໍ່ຄືປະຊາຊົນຊາວແຂວງເຊກອງ ທີ່ມີຈຸດປະສົງເພື່ອແນ່ໃສ່ປະກອບສ່ວນເຮັດໃຫ້ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງເຊກອງ ມີຄວາມປອດໄພ ໃນການປະຕິບັດໜ້າທີ່ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມລະບາດຢູ່ ສປປ ລາວ. ໃນໂອກາດນີ້ ສະຫາຍ ພັນໂທ ນາງ ປິ່ນແກ້ວ ດວງມະນີ ໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະບັນຊາ ກໍ່ຄືພະນັກງານ-ນັກຮົບ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງການນໍາພັກ-ລັດຂັ້ນແຂວງ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ໃຫ້ການອຸ້ມຊູຊ່ວຍເຫຼືອທາງດ້ານອຸປະກອນການແພດ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນຄັ້ງນີ້ ແລະ ອີກຢ່າງກໍ່ເປັນການຮັດແໜ້ນຄວາມສາມັກຄີ ແລະ ເປັນຫ່ວງເປັນໄຍ, ພ້ອມກັນນັ້ນ ຄະນະອຳນວຍການໂຮງໝໍຍັງສັນຍາວ່າ ຈະສືບຕໍ່ຈັດຕັ້ງປະຕິບັດ ແລະ ນຳເອົາເຄື່ອງຈຳນວນດັ່ງກ່າວນີ້ ນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ຖືກຕ້ອງ ແລະ ເປັນປະໂຫຍດສູງສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ