ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີກະຊວງການຕ່າງປະເທດພົບປະລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ.
ເວລາອອກຂ່າວ: 2021-06-09 16:00:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ:



ວັນທີ 8 ມິຖຸນາ 2021ນີ້, ທີ່ ສປຈີນ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ພົບປະສະຫາຍ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ . ສະຫາຍ ຫວາງຢີ້ ກ່າວວ່າ, ປີນີ້ແມ່ນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ, ທັງແມ່ນປີທີ່ຈີນ ແລະ ລາວສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ, ທັງເປັນປີມິດຕະພາບຈີນ-ລາວ. ເມື່ອຫວນຄືນປະຫວັດສາດແຫ່ງການໄປມາຫາສູ່ກັນລະຫວ່າງສອງພັກ ສອງລັດ, ສອງຝ່າຍໄດ້ມີອຸດົມການດຽວກັນ ແລະ ຊ່ວຍຊູຍູ້ໜູນກັນ, ມິດຕະພາບອັນເປັນມູນເຊື້ອໄດ້ຍົກລະດັບໃຫ້ສູງຂຶ້ນເລື້ອຍໆ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກໍນັບມື້ນັບກ້າວສູ່ລວງເລິກ, ຖືວ່າເປັນແບບຢ່າງທີ່ດີໃນການສ້າງຄູ່ຮ່ວມຊາຕາກຳ. ສະຫາຍ ຫວາງຢີ້ກ່າວຕື່ມວ່າ, ສອງຝ່າຍຄວນເພີ່ມທະວີການເຊື່ອມຈອດຍຸດທະສາດການພັດທະນາ ຕື່ມອີກ, ເສີມຂະຫຍາຍບົດບາດນຳໜ້າຂອງແລວເສດຖະກິດຈີນ-ລາວ, ສ້າງຈຸດເຕີບໂຕອັນໃໝ່ພາຍໃຕ້ສະພາບການຂອງການແຜ່ລະບາດຂອງພະຍາດໂຄວິດ-19. ຈີນຍິນດີແບ່ງປັນໂອກາດທີ່ເກີດຈາກການເປີດກວ້າງຕະຫຼາດພາຍໃນປະເທດຂອງຈີນຮ່ວມມກັບປະເທດລາວ, ນຳເຂົ້າຜະລິດຕະພັນທີ່ມີທ່າແຮງຂອງລາວໃຫ້ຫຼາຍກວ່າເກົ່າ. ທາງລົດໄຟຈີນ-ລາວແມ່ນໂຄງການແບບຢ່າງໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ແລະແມ່ນສັນຍາລັກຂອງມິດຕະພາບຈີນ-ລາວ, ຄວນສຸມຄວາມພະຍາຍາມຮ່ວມກັນ ເພື່ອຮັບປະກັນໃຫ້ການກໍ່ສ້າງສຳເລັດຕາມເວລາກຳນົດ, ພ້ອມດຽວກັນນີ້ ກໍຄວນເລັ່ງລັດອອກແບບການພັດທະນາລຽບຕາມເສັ້ນທາງລົດໄຟ, ເພື່ອເສີມຂະຫຍາຍປະສິດທິຜົນສັງລວມຂອງທາງລົດໄຟດັ່ງກ່າວ. ສະຫາຍສະເຫຼີມໄຊ ກົມມະສິດກ່າວວ່າ, ພັກ ແລະ ລັດຖະບານລາວຍິນດີຖອດຖອນບົດຮຽນນຳຈີນ ເພື່ອຊຸກຍູ້ການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງຢູ່ໃນປະເທດລາວ. ລາວ ເຫັນດີຖະນຸຖະໜອມ ແລະເຊີດຊູຄ່ານິຍົມອາຊີ. ອະລິຍະທຳອາຊີມີປະຫວັດສາດອັນຍາວນານ, ພວກເຮົາຄວນສ້າງຄວາມໝັ້ນໃຈຕໍ່ອະລິຍະທຳຂອງຕົນ, ປະກອບສ່ວນອັນໃໝ່ເຂົ້າໃນຄວາມກ້າວໜ້າຂອງມວນມະນຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ