ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກຸ່ມG7 ສະໜັບສະໜູນໃຫ້ກຳນົດອັດຕາອາກອນວິສາຫະກິດຕ່ຳສຸດທົ່ວໂລກເປັນ15%
ເວລາອອກຂ່າວ: 2021-06-07 16:24:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:



ສໍານັກຂ່າວ ຊິນຮວາ ລາຍງານເມື່ອວັນທີ 6 ມິຖຸນາ 2021 ນີ້ວ່າ: ປະເທດສະມາຊິກກຸ່ມ G7 ອອກຖະແຫຼງການວ່າ: ສະໜັບສະໜູນໃຫ້ກຳນົດອັດຕາອາກອນວິສາຫະກິດຕ່ຳສຸດທົ່ວໂລກເປັນ 15% ແລະ ຈະດຳເນີນການປະສານສົມທົບໃນຂົງເຂດຕ່າງໆ ເຊັ່ນ: ການປະຕິຮູບກະຕິກາພາສີອາກອນສາກົນ, ການຍົກເລີກອາກອນການບໍລິການດີຈີຕອນແລະອື່ນໆ. ໃນກອງປະຊຸມລັດຖະມົນຕີກະຊວງການເງິນແລະຜູ້ວ່າການທະນາຄານກາງກຸ່ມ G7 ໄດ້ຈັດຂຶ້ນຢູ່ນະຄອນຫຼວງລອນດອນເມື່ອວັນທີ 4-5 ມິຖຸນາ ນີ້. ທ່ານ ໂດນົກເຮີ ປະທານກຸ່ມໃຊ້ເງິນເອີໂຣ ກ່າວເນັ້ນວ່າ: ບໍ່ວ່າສັນຍາໃດໆ ລ້ວນແຕ່ຕ້ອງເອົາໃຈໃສ່ນຳຄວາມຕ້ອງການຂອງປະເທດນ້ອຍແລະປະເທດໃຫຍ່, ປະເທດທີ່ພັດທະນາແລ້ວແລະປະເທດທີ່ພວມພັດທະນາ. ຕາມຂ່າວແຈ້ງວ່າ: ອັດຕາອາກອນທີ່ປະຕິບັດໃນປັດຈຸບັນຂອງບາງປະເທດສະມາຊິກສະຫະພາບເອີຣົບອ່າວຕ່ຳ, ມີຄວາມດຶງດູດໃນລະດັບສູງໜ້ອຍໜຶ່ງຕໍ່ບໍລິສັດຂ້າມຊາດ. ນອກນີ້, ກອງປະຊຸມຍັງໄດ້ຫາລືຫົວຂໍ້ອາກອນການບໍລິການດີຈີຕອນ. ຫຼາຍປີມໍ່ໆມານີ້, ອັງກິດ, ຝຣັ່ງແລະປະເທດອື່ນໆ ເກັບອາກອນການບໍລິການດີຈີຕອນຕໍ່ສື່ສັງຄົມອອນລາຍແລະວິສາຫະກິດເຕັກນິກວິທະຍາສາດຂະໜາດໃຫຍ່ໃນຂົງເຂດທຸລະກິດເອເລັກໂຕຼນິກ ທີ່ດຳເນີນທຸລະກິດຢູ່ປະເທດຕົນ, ພາໃຫ້ອາເມຣິກາເກີດມີຄວາມບໍ່ພໍໃຈ. ທັງນີ້, ກຸ່ມ G7 ລວມທັງ ອັງກິດ, ອາເມຣິກາ, ເຢຍລະມັນ, ອີຕາລີ, ການາດາ, ຍີ່ປຸ່ນ ແມ່ນປະເທດປະທານໝູນວຽນຂອງກຸ່ມ G7 ໃນປີນີ້. ໂດຍ: ຄໍາສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ