ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຈີນສະໜັບສະໜູນ ສປປ ເກົາຫຼີ ກັບ ສ ເກົາຫຼີ ສືບຕໍ່ພົວພັນກັນເປັນຢ່າງດີ
ເວລາອອກຂ່າວ: 2018-12-31 09:59:42 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 79855768 | ຄວາມນິຍົມ:



ຕາມຂ່າວສານຊິນຮວາ ລາຍງານໃນວັນທີ 28 ທັນວາ ນີ້, ໂຄສົກກະຊວງການຕ່າງປະ ເທດຈີນກ່າວວ່າ: ໄລຍະມໍ່ໆມາ ນີ້, ການຕິດຕໍ່ພົວພັນກັນລະ ຫວ່າງ ສປປ ເກົາຫຼີກັບ ສ ເກົາ ຫຼີ ໄດ້ຮັບຄວາມຄືບໜ້າອັນຕັ້ງ ໜ້າຫຼາຍຢ່າງ, ຈີນສະໜັບສະ ໜູນສອງຝ່າຍເໜືອໃຕ້ຂອງແຫຼມ ເກົາຫຼີ ສືບຕໍ່ຮັກສາທ່ວງທ່າຕິດ ຕໍ່ພົວພັນກັນເປັນຢ່າງດີໃນປັດຈຸ ບັນນີ້, ສືບຕໍ່ປັບປຸງຄວາມໄວ້ ເນື້ອເຊື່ອໃຈກັນ, ປັບປຸງການພົວ ພັນກັນ. ກະຊວງປ້ອງກັນປະເທດ ສ ເກົາຫຼີ ຕົກລົງລຶບເນື້ອໃນໃຈ ຄວາມທີ່ວ່າ “ຖືອຳນາດ ແລະ ກອງທັບ ສປປ ເກົາຫຼີ ເປັນສັດ ຕູ” ອອກຈາກ “ປຶ້ມປົກຂາວ ກ່ຽວກັບ ການປ້ອງກັນປະເທດ ປີ 2018” ທີ່ຄາດວ່າຈະປະ ກາດໃນເດືອນມັງກອນປີໜ້າ. ພາຍໃຕ້ຄວາມພະຍາຍາມ ຮ່ວມກັນຂອງສອງຝ່າຍ, ສປປ ເກົາຫຼີກັບ ສ ເກົາຫຼີ ໄດ້ຕັ້ງໜ້າ ປະຕິບັດເນື້ອໃນຈິດໃຈ ຄວາມ ເຫັນເປັນເອກະພາບກັນຂອງຜູ້ ນຳສອງປະເທດ ແລະ “ຖະແຫຼງ ການປັນມູນຈອມ”, “ຖະແຫຼງ ການຮ່ວມພຽງຢາງ”, ຊຸກຍູ້ ການຮ່ວມມືເພື່ອສ້າງຄວາມ ປອງດອງກັນ ແລະ ໄດ້ຮັບ ຄວາມຄືບໜ້າຢ່າງຫຼວງຫຼາຍ. ພິທີເປີດໂຄງການເຊື່ອມຕໍ່ ທາງລົດໄຟ ແລະ ທາງຫຼວງຂ້າມ ຊາຍແດນ ສປປ ເກົາຫຼີກັບ ສ ເກົາຫຼີ ໄດ້ຈັດຂຶ້ນຢ່າງສຳເລັດ ຜົນໃນວັນທີ 26 ທັນວາ ທີ່ຜ່ານ ມາ, ເຊິ່ງເປັນຂ່າວດີສຳລັບສອງ ຝ່າຍ ແລະ ກໍມີຄວາມໝາຍທີ່ຕັ້ງ ໜ້າຕໍ່ຂະບວນການສັນຕິພາບ ຂອງແຫຼມເກົາຫຼີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ