ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງຄຳມ່ວນ ເຂົ້າອວຍພອນກອງປະຕິບັດງານພິເສດ 589
ເວລາອອກຂ່າວ: 2018-12-31 09:38:54 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ໃນວັນທີ 21 ທັນວາ 2018 ນີ້, ທ່ານພົນຈັດຕະວາ ສົມແຄນ ອັບປະສອນ ຄະນະປະຈຳພັກ ແຂວງ ເລຂາຄະນະພັກ ຫົວຫນ້າ ການເມືອງກອງບັນຊາການທະ ຫານແຂວງຄຳມ່ວນ ພ້ອມດ້ວຍ ຄະນະ ແລະ ອົງການຈັດຕັ້ງມະ ຫາຊົນ ແລະ ພະນັກງານທີ່ກ່ຽວ ຂ້ອງໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນຄະນະກອງປະຕິ ບັດງານພິເສດ 589 ຂອງກອງບັນ ຊາການທະ ຫານແຂວງກວາງບິ່ງ ສສ ຫວຽດນາມ ທີ່ມາປະຕິບັດ ຫນ້າທີ່ຂຸດຄົ້ນອັດຖິທະຫານອາ ສາສະຫມັກ ແລະ ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ຂອບເຂດ ແຂວງຄຳມ່ວນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 74 ປີ (22/12/1944-22/12/2018). ສະຫາຍ ພັນເອກ ໂດຍືເຕີ໋ ຫົວຫນ້າການທະຫານ ແລະ ສະຫາຍ ພັນເອກ ຟ້າມຊວນ ຮາຍ ຫົວຫນ້າການເມືອງກອງ ປະຕິບັດງານພິເສດດັ່ງກ່າວກໍໄດ້ ກ່າວສະແດງຄວາມຂອບໃຈຕໍ່ ຄະນະນຳກອງບັນຊາການທະ ຫານແຂວງຄຳມ່ວນ ທີ່ໄດ້ມາ ອວຍພອນໄຊອັນປະເສີດແກ່ພະ ນັກງານກອງປະຕິບັດງານພິເສດ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ ຄົບຮອບ 74 ປີ ໃນປີນີ້, ພ້ອມທັງອວຍ ພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງລາວ-ຫວຽດນາມ ຈົ່ງຫມັ້ນຄົງທະນົງແກ່ນຕະຫຼອດ ກາລະນາ. ໂດຍ: ແກ້ວອຸດອນ ຖົງບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ