ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອິດສະຣາແອນ-ຮາມາດ ບັນລຸຂໍ້ຕົກລົງຢຸດຍິງສອງຝ່າຍ
ເວລາອອກຂ່າວ: 2021-05-21 15:59:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 12943 | ຄວາມນິຍົມ:



ສໍານັກຂ່າວ ບີບີຊີ ລາຍງານເມື່ອວັນທີ 20 ພຶດສະພາ 2021 ນີ້ວ່າ: ຄະນະລັດຖະມົນຕີປ້ອງກັນຄວາມສະຫງົບແຫ່ງອິດສະຣາແອນ ເຫັນດີການຢຸດຍິງກັບກຸ່ມຕິດອາວຸດ ປາເເລັດສະຕິນ ໃນເຂດກາຊາພາຍ ຫຼັງຈາກການຕໍ່ສູ້ກັນມາເປັນເວລາ 11 ວັນ ເຊິ່ງການຢຸດຍິງຈະເລີ່ມແຕ່ເວລາ 02ໂມງກາງຄືນຂອງວັນທີ21 ພຶດສະພາ ແລະ ຄໍາປະກາດຢຸດຍິງດັ່ງກ່າວມີຂື້ນຫຼັງການປະຊຸມຄະນະລັດຖະມົນຕີຂອງອິດສະຣາແອນໃນນະຄອນຫຼວງ ເຢຣູຊາລໍາ ເມື່ອວັນ 20 ພຶດສະພາ ຜ່ານມານີ້. ຖະແຫຼງການຈາກຄະນະລັດຖະມົນຕີປ້ອງກັນຄວາມສະຫງົບຂອງ ອິດສະຣາແອນ ລະບຸວ່າ: ຄະນະລັດ ຖະມົນຕີ ມີຄໍາເຫັນເປັນເອກະພາບ ຍອມຮັບຄໍາແນະນໍາຈາກເຈົ້າໜ້າທີ່ຄວາມໝັ້ນຄົງທຸກຝ່າຍ ທີ່ໃຫ້ຕອບຮັບຂໍ້ສະເໜີຈາກເອຢິບ ເພື່ອການຢຸດຍິງຢ່າງບໍ່ມີເງື່ອນໄຂທັງ 2 ຝ່າຍ ເຊິ່ງຈະມີຜົນບັງໃຊ້ໃນພາຍຫຼັງໂດຍຕ້ອງເບິ່ງຄວາມເປັນຈິງໃນພາກພື້ນວ່າຈະສານຕໍ່ປະຕິບັດການທາງທະຫານຕໍ່ໄປຫຼືບໍ່ ເຊິ່ງຄວາມເຄື່ອນໄຫວຫຼ້າສຸດຂອງອິດສະຣາແອນເກີດຂື້ນຫຼັງຈາກນາໆຊາດນໍາໂດຍເອຢິບແລະສະຫະລັດ ອອກມາກົດດັນຢ່າງໜັກໃຫ້ມີການຢຸດຍິງກັບກຸ່ມຕິດອາວຸດປາເເລັດສະຕິນ ຫຼັງການຕໍ່ສູ້ຄັ້ງໃຫ່ມເຊິ່ງເລີ່ມຂື້ນຕັ້ງແຕ່ວັນທີ 10 ພຶດສະພາ ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດໃນເຂດກາຊາເຖິງ 232 ຄົນ ສ່ວນທາງອິດສະຣາແອນມີຜູ້ເສຍຊີວິດ 12 ຄົນ. ຢ່າງໃດກໍຕາມ, ເຖິງແມ່ນວ່າອິດສະຣາແອນຈະອອກມາຢືນຢັນຢຸດຍິງແລ້ວ ແຕ່ກອງທັບອິດສະຣາແອນເປີດເຜີຍວ່າ: ສັນຍານໄຊເຣນໃນເມືອງທາງທິດໃຕ້ຂອງປະເທດຍັງຄົງສົ່ງສຽງເຕືອນໄພ ບົ່ງບອກວ່າຍັງມີຈະລວດຖືກຍິງມາຈາກເຂດກາຊາ ຂະນະທີ່ສື່ຂອງ ປາເເລັດສະຕິນໃນກາຊາ ອ້າງວ່າ ອິດສະຣາແອນ ໂຈມຕີທາງອາກາດຮອບໃໝ່ໃນເຂດແດນຂອງຕົນ. ໂດຍ: ຄໍາສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ