ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຍັງສືບຕໍ່ຕິດເຊື້ອເພີ່ມຂຶ້ນອີກ 72 ຄົນ
ເວລາອອກຂ່າວ: 2021-05-15 15:10:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 450 | ຄວາມນິຍົມ:



ໃນວັນເສົາ ວັນທີ 15 ພຶດສະພາ ປີ 2021 ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ລາຍງານສະພາບການການລະບາດຂອງພະຍາດ COVID-19 ໃຫ້ຮູ້ວ່າໃນວັນທີ 14 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 6,680 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 72 ຕົວຢ່າງ: ນະຄອນຫຼວງວຽງຈັນ 14 ຄົນ (ສຳລັບ 14 ຕົວຢ່າງທີ່ພົບເຊື້ອໃນນະຄອນຫຼວງວຽງຈັນແມ່ນ ມີ 10 ກໍລະນີ ເກັບຕົວຢ່າງ ຈາກໂຮງໝໍ 103 ແລະ 4 ກໍລະນີເກັບຕົວຢ່າງຈາກຈຸດໂຮງຮຽນລາວ-ຫວຽດ), ສະຫວັນນະເຂດ 6 ຄົນ, ຈຳປາສັກ 15 ຄົນ ແລະ ບໍ່ແກ້ວ 37 ຄົນ (ທັງໝົດ 37 ກໍລະນີແມ່ນພົບຢູ່ເຂດເສດຖະກິດພິເສດສາມລ່ຽມຄຳ) ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດ ເປັນ 1,570 ຄົນ; ເສຍຊີວີດໃໝ່ ບໍ່ມີ. ປະຈຸບັນຈໍານວນຜູ້ເສຍຊິວິດສະສົມທັງໝົດ 2 ຄົນ; ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 555 ຄົນ (ໃໝ່ 42ຄົນ) ແລະ ຍັງນອນສືບຕໍ່ ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແຕ່ລະແຂວງ ຈຳນວນ 1,013 ຄົນ + ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 72 ຄົນ (ກໍລະນີຢັ້ງຢືນທີ 1,499 – 1,570) - ສໍາລັບຄົນເຈັບຕິດເຊື້ອໃໝ່ ຈາກ ເມືອງຕົ້ນເຜີ້ງ 37 ຄົນ, ຈໍາປາສັກ 15 ຄົນ, ນະຄອນຫຼວງ 14 ຄົນ ແລະ ສະຫວັນນະເຂດ 06 ຄົນ ແລະ (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 15 ກໍລະນີ ແລະ ສະຫວັນນະເຂດ 06 ຄົນ, ເຫຼືອຈາກນັ້ນ ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 51 ກໍລະນີ). - ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ