ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍພາກສ່ວນທຸລະກິດ ແຂວງຄໍາມ່ວນ ສືບຕໍ່ຊຸກຍູ້ຊ່ວຍເຫຼືອການຕ້ານພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-15 11:30:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ:



ໃນວັນທີ 14 ພຶດສະພາ 2021, ຢູ່ທີ່ຫ້ອງວ່າການປົກຄອງແຂວງຄໍາມ່ວນ ຫຼາຍພາກສ່ວນທຸລະກິດພາຍໃນແຂວງ ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອປະກອບສ່ວນໃຫ້ຄະນະສະເພາະກິດຂອງແຂວງ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ໃນນີ້ປະກອບມີ 4 ພາກສ່ວນຄື: ທະນາຄານຮ່ວມພັດທະນາ (JDB) ໄດ້ມອບເງິນສົດຈໍານວນ 30 ລ້ານກີບ, ທ່ານ ນາງ ເພັດສະໝອນ ແສງສະຫວ່າງ ປະທານບໍລິສັດ ກໍ່ສ້າງເຄຫາສະຖານ, ຂົວ-ທາງ - ຊົນລະປະທານ ຈໍາກັດຜູ້ດຽວໄດ້ມອບເງິນສົດຈໍານວນ 100 ລ້ານກີບ, ທ່ານ ນາງ ສີສຸພັນ ອິນທິລາດ ຮອງປະທານບໍລິສັດ ທະນົງພົນ ການຄ້າ ແລະ ກໍ່ສ້າງ ຈໍາກັດ ໄດ້ມອບເງິນຈໍານວນ 20 ລ້ານກີບ, ໂຮງງານປຸງແຕ່ງໄມ້ສໍາເລັດຮູບ NT ມອບເງິນສົດຈໍານວນ 5 ລ້ານກີບ. ນອກຈາກມອບເງິນສົດໃຫ້ແກ່ຄະນະສະເພາະກິດຂອງແຂວງເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລ້ວ. ບໍລິສັດ ທະນົງພົນ ການຄ້າ ແລະ ກໍ່ສ້າງ ຈໍາກັດ ( ໃນນາມບໍລິສັດສໍາປະທານແຫຼ່ງທ່ອງທ່ຽວຂຸນນໍ້າຄໍາດິບ ) ໄດ້ມອບເງິນສົດຈໍານວນ 1 ລ້ານກີບໃຫ້ແກ່ພະແນກຖະແຫຼງຂ່າວ ວັດທະນະທໍາແຂວງ ຖວທ ແລະ ຖວທ ແຂວງ ຈະໄດ້ນໍາເອົາເງິນຈໍານວນດັ່ງກ່າວໄປມອບຕໍ່ໃຫ້ແກ່ຄະນະສະເພາະກິດຂອງແຂວງຄໍາມ່ວນຕື່ມອີກ, ເຊິ່ງຈໍານວນເງິນທີ່ໄດ້ຮັບການປະກອບສ່ວນ ພາຍໃນແຂວງຄໍາມ່ວນຄັ້ງນີ້, ລວມເປັນຈໍານວນເງິນທັງໝົດ 156 ລ້ານກີບ. ຂ່າວ-ພາບ : ແດງສະຫວັດ ແສນພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ