ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສະເພາະກິດເມືອງຫົງສາ ຊຸກຍູ້ການປະຕິບັດໜ້າທີ່ປ້ອງກັນພະຍາດໂຄວິດ-19 ຢູ່ຂັ້ນບ້ານ
ເວລາອອກຂ່າວ: 2021-05-15 11:28:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ:



ວັນທີ 13 ເດືອນພຶດສະພານີ້, ທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງໆຫົງສາ ຮອງຫົວໜ້າຄະນະສະເພາະກິດຂັ້ນເມືອງຫົງສາແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດໜ້າທີ່ປ້ອງກັນການລະບາດພະຍາດໂຄວິດ-19 ຢູ່ 3 ບ້ານທີ່ລຽບຕາມແຄມແມ່ນໍ້າຂອງ ບ້ານທ່າຊວ່າງ, ບ້ານແກ້ງແອນ ແລະ ບ້ານທ່ານຸ່ນ ໂດຍມີຄະນະອົງການປົກຄອງບ້ານແຕ່ລະບ້ານ, ປກສ ແລະ ແພດໝໍປະຈໍາກຸ່ມບ້ານດັ່ງກ່າວເຂົ້າຮ່ວມຕ້ອນຮັບ. ທ່ານ ແຫຼ້ ອ່ອນສົມບູນ ໄດ້ເລົ່າເຖິງສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ. ພາຍຫຼັງທີ່ໄດ້ຮັບການຊີ້ນໍາຈາກທ່ານເຈົ້າແຂວງໆ ໄຊຍະບູລີ ໃນການເພີ່ມທະວີປ້ອງກັນ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19. ພ້ອມກັນນັ້ນ, ທາງຄະນະສະເພາະກິດຂັ້ນເມືອງຫົງສາ ຍັງໄດ້ຊີ້ນໍາໃນແຕ່ລະບ້ານຢ່າງທົ່ວເຖິງ ໂດຍມີການໂຄສະນາການປະຕິບັດມາດຕະການຕ່າງໆ ໃຫ້ແກ່ປະຊາຊົນຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍຂອງພະຍາດໂຄວິດ-19 ແລະ ວິທີປ້ອງກັນ; ການຈັດຕັ້ງເວນຍາມເຂົ້າ-ອອກພາຍໃນເມືອງ ລະຫວ່າງ ບ້ານຕໍ່ບ້ານຢ່າງເຂັ້ມງວດ. ໂອກາດດັ່ງກ່າວ, ທາງຄະນະຍັງໄດ້ມອບຜ້າອັດປາກ-ດັງ ໃຫ້ແກ່ຄະນະອົງການປົກຄອງ, ເຈົ້າໜ້າທີ່ ປກສ ແລະ ແພດໝໍປະຈໍາກຸ່ມບ້ານ ເພື່ອເປັນການປ້ອງກັນໃນເວລາເຮັດໜ້າທີ່ອີກດ້ວຍ. ພ້ອມດຽວກັນນີ້, ທ່ານແຫຼ້ ອ່ອນສົມບູນ ຍັງໄດ້ຮຽກຮ້ອງໃຫ້ຄະນະອົງການປົກຄອງບ້ານ ແລະ ເຈົ້າໜ້າທີ່ ຈົ່ງໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍການໃສ່ຜ້າອັດປາກ-ດັງ, ລ້າງມື ແລະ ຂ້າເຊື້ອພະຍາດດ້ວຍເຈວ ຫຼື ທາດເຫຼົ້າ90ອົງສາເຊ, ຫຼີກເວັ້ນການຊຸມແຊວ, ໃຫ້ມີສະຕິໃນການເສບຂ່າວໃນໂລກອອນລາຍຕ່າງໆ, ເອົາໃຈໃສ່ກວດກາຄົນເຂົ້າ-ອອກ, ຈັດຕັ້ງເວນຍາມປ້ອງກັນຕະຫຼອດ 24 ຊົ່ວໂມງ ແລະ ໃນໄລຍະລະດູການຜະລິດນີ້, ປະຊາຊົນຕ້ອງເພີ່ມທະວີໃນການຜະລິດ ເພື່ອຮັບປະກັນດ້ານສະບຽງອາຫານໃຫ້ມີສ່ວນແຮໄວ້ ເພື່ອບໍລິໂພກໃນຄອບຄົວ. ຂ່າວ-ພາບ: ກິດຕິສັກ ບົວໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ