ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າຫ້ອງເສນາທິການທະຫານແຂວງບໍ່ແກ້ວ ລົງຕິດຕາມ ຊຸກຍູ້ ແລະ ກວດຈຸດດ່ານພາຍໃນເທດສະບານເມືອງຫ້ວຍຊາຍ
ເວລາອອກຂ່າວ: 2021-05-14 11:48:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ໃນວັນທີ 13 ພຶດສະພາ 2021 ນີ້, ສະຫາຍ ພັນໂທ ໂສວັນ ພັນທັນນີ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມທີມງານ ລົງຕິດຕາມ ຊຸກຍູ້ ແລະ ກວດຈຸດດ່ານພາຍໃນເທດສະບານເມືອງຫ້ວຍຊາຍ ລະຫ່ວາງບ້ານດອນ-ບ້ານຫ້ວຍມອນ. ຈາກການລົງກວດກາຕົວຈິງເຫັນວ່າທຸກພາກສ່ວນແມ່ນໄດ້ເປັນເຈົ້າການປະຕິບັດຕາມມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກ ເວົ້າລວມເວົ້າສະເພາະຢູ່ດ່ານກວດຄົນເຂົ້າ-ອອກລະຫ່ວາງບ້ານຕໍ່ບ້ານ ເມືອງຕໍ່ເມືອງ ແມ່ນມີຄວາມເຂັ້ມງວດ. ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກໃນການສະກັດກັ້ນ ແລະ ຕອບຕ້ານກັບພະຍາດໂຄວິດ-19 ຢູ່ຈຸດດ່ານດັ່ງກ່າວ ໄດ້ຈັດຕັ້ງຫຼາຍພາກສ່ວນໃນການກວດຄົນເຂົ້າ-ອອກເມືອງ ເຊິ່ງໃນໄລຍະຜ່ານມາການຈັດຕັ້ງປະຕິບັດແມ່ນມີຄວາມສະຫງົບໂດຍພື້ນຖານ ການສັນຈອນໄປມາແມ່ນມີຄວາມເປັນລະບຽບຮຽບຮ້ອຍ ສາມາດຮັບປະກັນໄດ້ຕາມມາດຕະການປ້ອງກັນພະຍາດໂຄວິດ-19. ແຕ່ເຖີງຢ່າງໃດກໍ່ຕາມການເຂົ້າ-ອອກເມືອງ ຕ້ອງໄດ້ຮັບອະນຸຍາດຈາກທາງການກໍ່ຄືໜ່ວຍງານສະເພາະກິດ ແລະ ໜ່ວຍງານຮັບຜິດຊອບຂອງບ້ານດັ່ງກ່າວຢ່າງເຄັ່ງຄັດ. ສະຫາຍ ພັນໂທ ໂສວັນ ພັນທັນນີ ຍັງຮຽກຮ້ອງມາຍັງພະນັກງານລັດທຸກພາກສ່ວນ ແລະ ຫົວໜ່ວຍທຸລະກິດຕະຫຼອດຮອດເຖິງພໍ່ແມ່ປະຊາຊົນ ຕ້ອງເປັນເຈົ້າການນຳກັນ ເພຶ່ອພ້ອມກັນປະຕິບັດມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ແນໃສ່ເຮັດໃຫ້ການສະກັດກັ້ນ ແລະ ຕອບຕ້ານພະຍາດໂຄວິດ- 19 ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໃຫ້ໝົດໄປຈາກປະເທດຂອງພວກເຮົາ ເວົ້າລວມ ເວົ້າສະເພາະ ກໍ່ຄືພາຍໃນແຂວງບໍ່ແກ້ວໃຫ້ໄດ້ຮັບໄຊຊະນະຈາກບັນຮົບຄັ້ງນີ້ອີກດ້ວຍ. ໂດຍ: ວໍລະສິດ ພິດສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ