ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົບຜູ້ຕິດເຊື້ອໂຄວິດເພີ່ມ 65 ກໍລະນີ
ເວລາອອກຂ່າວ: 2021-05-13 14:43:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ວັນທີ 13 ພຶດສະພາ ປີ 2021, ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໂດຍທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ລາຍງານສະພາບໂຄວິດຢູ່ ສປປ ລາວ ມາຮອດປັດຈຸບັນ ມີລາຍງານຜູ້ຕິດເຊື້ອ ທັງໝົດ 1,482 ຄົນ (ໃໝ່ 65) ໃນນີ້ ແຂວງບໍ່ແກ້ວ 24 ຄົນ, ນະຄອນຫຼວງ 26 ຄົນ, ຈໍາປາສັກ 12 ຄົນ ແລະ ສະຫວັນນະເຂດ 03 ກໍລະນີ. (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 12 ກໍລະນີ, ສະຫວັນນະເຂດ 03 ກໍລະນີ ເຫຼືອຈາກນັ້ນ ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 50 ກໍລະນີ ທີ່ພົວພັນກັບຜູ້ຕິດເຊື້ອເກົ່າ. ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 431 ຄົນ (ໃໝ່ 103 ຄົນ: ຈາກນະຄອນຫຼວງ 65 ຄົນ, ຈໍາປາສັກ 33 ຄົນ ແລະ ສະຫວັນນະເຂດ 5 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ ແລະ ຍັງນອນສືບຕໍ່ ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1,050 ຄົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ