ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບ ມອບເຄື່ອງບໍລິໂພກ ຊ່ວຍເຫຼືອບັນເທົາທຸກຕໍ່ຄອບຄົວຄົນພິການຕາຢູ່ ນະຄອນຫຼວງ
ເວລາອອກຂ່າວ: 2021-05-13 14:34:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ:



ໃນວັນທີ 13 ພຶດສະພາ 2021 ນີ້, ກົມໃຫຍ່ເສນາທິການກອງທັບ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ກອງແກ້ວ ວໍລະຈິດ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງບໍລິໂພກຈຳນວນໜຶ່ງ ໄປຊ່ວຍເຫຼືອບັນເທົາທຸກຕໍ່ຄອບຄົວຄົນພິການຕາຢູ່ນະຄອນຫຼວງ, ທັງນີ້ກໍເພື່ອເປັນການປະຕິບັດນະໂຍບາຍດ້ານມະນຸດສະທຳຕໍ່ຜູ້ດ້ອຍໂອກາດໃນໄລຍະມີການລະບາດຂອງພະຍາດໂຄວິດ - 19 ຮອບໃໝ່ ແລະ ເພື່ອຊ່ວຍແບ່ງເບົາຄວາມຂາດເຂີນຕໍ່ຜູ້ພິການທາງສາຍຕາຈຳນວນ 72 ຄອບຄົວ, ເຊິ່ງເຄື່ອງບໍລິໂພກທີ່ນໍາໄປມອບໃນຄັ້ງນີ້ມີເຂົ້າສານຈຳນວນ 1,080 ກິໂລ, ໄຂ່ໄກ່ຈໍານວນ 47 ແຕະ, ການມອບແມ່ນແບ່ງອອກເປັນ 3 ຈຸຄື: ຈຸທີ 1 ບ້ານຈອມມະນີ 19 ຄອບຄົວ, ບ້ານ ດົງໂດກ 7 ຄອບຄົວ, ບ້ານ ຮ່ອງສຸພາບ 7 ຄອບຄົວ ເຊິ່ງມອບໂດຍ ສະຫາຍ ພົນຈັດຕະວາ ກອງແກ້ວ ວໍລະຈິດ, ຈຸທີ 2 ບ້ານຮ່ອງໄກ່ແກ້ວ 6 ຄອບຄົວ, ບ້ານສີສະຫວາດ 7 ຄອບຄົວ, ບ້ານໜອງບົວທອງ 6 ຄອບຄົວ ເຊິ່ງມອບໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດທິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ແລະ ຈຸທີ 3 ບ້ານທາດຫຼວງ 5 ຄອບຄົວ, ບ້ານສີເມືອງ 7 ຄອບຄົວ, ບ້ານຈອມເພັດ 8 ຄອບຄົວ. ເຊິ່ງມອບໂດຍ ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ. ໂອກາດດັ່ງກ່າວຕ່າງໜ້າຄອບຄົວຂອງຜູ້ພິການຕາກໍໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ຄະນະນຳກົມໃຫຍ່ເສນາທິການກອງທັບ ທີ່ໄດ້ແບ່ງປັນນໍ້າໃຈຊຸກຍູ້ຊ່ວຍເຫຼືອນີ້ມັນສະແດງເຖິງຄວາມເສຍສະຫຼະເປັນຫ່ວງເປັນໃຍໃນຍາມທີ່ຂາດເຂີນ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເຄື່ອງທີ່ມາມອບນີ້ ໄປແຈກຢາຍໃຫ້ແຕ່ລະຄອບຄົວຢ່າງທົ່ວເຖິງ. ຂ່າວ - ພາບ: ເກດຕະວັນ ໄຊຍະສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ