ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມີ 84 ຄົນທີ່ເຂົ້າມາປິ່ນປົວພະຍາດໂຄວິດ-19 ຢູ່ໂຮງໝໍສຸນກາງ 103 ກອງທັບ
ເວລາອອກຂ່າວ: 2021-05-12 15:30:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ທາ່ນ ພັນເອກ ດຣ. ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ,ໂຮງໝໍສຸນກາງ 103 ກອງທັບ ໄດ້ໃຫ້ຮູ້ວ່າໂດຍປະຕິບັດຕາມທິດຊີ້ນຳ ຂອງຄະນະນຳ ກະຊວງປ້ອງກັນປະເທດ, ຄະນະສະເພາະກິດຂັ້ນສຸນກາງ ເພື່ອການຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19, ໂຮງໝໍສຸນກາງ 103 ກອງທັບ ຂອງພວກເຮົາໄດ້ຖືສຳຄັນ ແລະ ກຽມພ້ອມ ໃນການ ປ້ອງກັນ ແລະ ຕອບໂຕ້ພະຍາດດັ່ງກ່າວ ແຕ່ຫົວທີ, ເຊີ່ງລັດຖະບານ ກໍຄືຄະນະສະເພາະກິດຂັ້ນສຸນກາງໄດ້ຈັດສັນຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເຂົ້າມາປິ່ນປົວຢູ່ໃນໂຮງໝໍແຫ່ງນີ້ ເລີ່ມແຕ່ທ້າຍເດືອນເມສາເປັນຕົ້ນມາ,ເຊີ່ງມີທັງໝົດຈຳນວນ 84 ຄົນ, ມາຮອດປັດຈຸບັນໄດ້ປິ່ນປົວຫາຍດີແລ້ວຈຳນວນ 69 ຄົນ, ສືບຕ່ໍປິ່ນປົວອີກ 15 ຄົນ. ທາ່ນ ຫົວໜ້າການທະຫານໂຮງໝໍສຸນກາງ 103 ກອງທັບ ໄດ້ກ່າວຕື່ມອິກວ່າ: ເພື່ອເປັນການຮັບມືກັບພະຍາດ ແລະ ສຸມໃສ່ການປິ່ນປົວຄົນເຈັບ ໃຫ້ມີຜົນສຳເລັດ, ພວກເຮົາໄດ້ຈັດແບ່ງໜ້າວຽກອອກເປັນ 5 ໜ້າວຽກໃຫຍ່ດັ່ງນີ້: ວຽກງານປິ່ນປົວ, ວຽກງານກັ່ນກອງ, ວຽກງານເກັບຕົວຢ່າງຂອງຄົນຂອງຄົນເຈັບ, ວຽກງານສັກວັກຊິນ ແລະ ວຽກງານປ້ອງກັນ, ໃນແຕ່ລະໜ້າວຽກດັ່ງກ່າວ ແພດ-ໝໍ ພວກເຮົາໄດ້ເປັນເຈົ້າການ ສຸມໃສ່ເຮັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຈູບຈ້າວຫ້າວຫັນ ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ໂດຍຢຶດໝັ້ນນ້ໍາໃຈຂອງແພດປະຕິວັດ ບໍລິການ ຮັບໄຊ້ຄົນເຈັບຢ່າງສຸດຄວາມສາມາດ, ເພາະພະຍາດນີ້ກໍຄືສັດຕູໂຕຮ້າຍກາດຂອງປະເທດ, ໃນການປິ່ນປົວຄົນເຈັບ ພວກເຮົາໄດ້ຈັດແບ່ງອອກເປັນ 3 ຈຸໆລະ 10 ຄົນໃນ 10 ຄົນນີ້ຕ້ອງໄດ້ຜັດປ່ຽນກັນເຂົ້າເຮັດໜ້າທີ່ປິ່ນປົວຄົນເຈັບຈຸລະ 4 ຊົ່ວໂມງ ແລະ ຈຸໜື່ງແມ່ນກຳນົດ 14 ວັນຈິ່ງສຳເລັດໜ້າທີ່ ແລະ ອອກມາກັກບໍລີເວນຢູ່ສຸນຕື່ມອິກ 14 ວັນ ຈິ່ງຈະສາມາດອອກໄປຫາຄອບຄົວໄດ້, ນອກຈາກທີມແພດ-ໝໍແລ້ວ ຍັງມີທີມຊ່າງໄຟຟ້າ ແລະ ຊ່າງສ້ອມແປງນ້ໍາກໍໄດ້ຜັດປຽ່ນກັນ ເຂົ້າເຮັດໜ້າທີເຊັ່ນດຽວກັນ. ແນວໃດກໍຕາມຜ່ານການຕິດຕາມ ແລະ ປິ່ນປົວມານີ້ ພວກເຮົາກໍພົບກັບບັນຫາ ແລະ ຄວາມຫຍຸ້ງຍາກຫຼາຍດ້ານສົມຄວນ ເພາະພະຍາດດັ່ງກ່າວແມ່ນບໍ່ມີຢາຮັກສາສະເພາະເທື່ອ, ນອກນັ້ນແພດ-ໝໍເຮົາ ກໍຍັງບໍ່ທັນມີບົດ ຮຽນ ແລະ ປະສົບການ ແຕ່ທຸກສະຫາຍກໍໄດ້ຍົກສຸງນໍ້າໃຈ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອເຮັດແນວໃດໃຫ້ຄົນເຈັບຊ່ວງເຊົາ ແລະ ຫາຍດີເປັນປົກກະຕິໂດຍໄວ, ນອກຈາກວຽກງານ ວິຊາສະເພາະແລ້ວບັນຫາສຳຄັນອັນໜື່ງກໍແມ່ນອຸປະກອນຮັບໄຊ້ ມີຫຼາຍອັນແມ່ນບໍ່ສາມາດຕອບສະໜອງກັນຄວາມຕ້ອງການຢ່າງພຽງພໍເທື່ອ, ເຊັ່ນເຄື່ອງຊ່ວຍຫາຍໃຈ, ຈັກຕິດຕາມຄົນເຈັບ, ອົກຊີ ແລະ ອື່ນໆ ນອກນັ້ນແພດ-ໝໍ, ຜູ້ຊ່ຽວຊານຈຳນວນໜື່ງພັດແບ່ງໄປຢູ່ຕາມໂຮງໝໍພາກສະໝາມຕື່ມອິກ. ໃນຕອນທ້າຍ ທາ່ນຫົວໜ້າການທະຫານ ໄດ້ສະແດງຄວາມຂອບໃຈ ຕໍ່ທຸກໆພາກສ່ວນໃນສັງຄົມ ທີ່ໄດ້ຮ່ວມບໍລິຈາກວັດຖຸປັດໄຈ, ເຫື່ອແຮງ ແລະ ສະຕິປັນຍາປະກອບສວ່ນເຂົ້າໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນຄັ້ງນີ້, ໂດຍສະເພາະແມ່ນໂຮງໝໍສຸນກາງ 103 ກອງທັບ ຕະຫຼອດໄລຍະທີ່ຜ່ານມາກໍມີຫຼາຍໆພາກສ່ວນທີ່ຮ່ວມບໍລິຈາກ, ສະແດງເຖິງນໍ້າຈິດນໍ້າໃຈ ແລະ ຄວາມສາມັກຄີຂອງຄົນລາວເຮົາທີ່ບໍ່ເຄີຍເຫືອດແຫ້ງ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ