ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກມອບອຸປະກອນການແພດໃຫ້ແຂວງຊຽງຂວາງ
ເວລາອອກຂ່າວ: 2021-05-11 12:18:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ:



ໃນວັນທີ11 ພຶດສະພາ 2021 ຢູ່ທີ່ຫ້ອງວ່າການແຂວງ ຊຽງຂວາງ ກຸ່ມບໍລິສັດ ຮ່ວມມືເສດຖະກິດ ໂກເອໂກ ແຫ່ງ ສສ ຫວຽດນາມ ໄດ້ມອບອັດປາກ-ດັງ ຈໍານວນ 50.000 ອັນ(20 ແກັດ), ເຈວລ້າງມື 500 ມິນລີລິດ ຈໍານວນ 540 ຕຸກ, ຊຸດປ້ອງກັນໂຄວິດ ຈໍານວນ 100 ຊຸດ ແລະ ເຄື່ອງແທກອຸນຫະພູມຈໍານວນ 20 ອັນ ລວມມູນຄ່າ 60.000.000 ກີບ. ຕາງໜ້າບໍລິສັດກ່າວມອບໂດຍທ່ານເລ່ຮີວຢວນ ຮອງຫົວໜ້າກຸ່ມບໍລິສັດ ຮ່ວມມືເສດຖະກິດໂກເອໂກ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ. ໂດຍການຮັບຂອງ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ, ພ້ອມທັງ ໄດ້ກ່າວສະແດງຄວາມຂອບໃຈອັນລົ້ນເຫຼືອ ມາຍັງກຸ່ມບໍລິສັດດັ່ງກ່າວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ເປັນວັດຖຸສິ່ງຂອງ ອັນມີຄ່າ ມີຄວາມສໍາຄັນຫຼາຍ ໃນການຈັດຕັ້ງປະຕິບັດວຽກງານ ສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ເຊິ່ງມັນໄດ້ສະແດງໃຫ້ເຫັນມິດຕະພາບອັນດີງາມ ຄວາມເປັນຫ່ວາງເປັນໄຍ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ແຂວງຊຽງຂວາງກັບ ກຸ່ມບໍລິສັດ ຮ່ວມມືເສດຖະກິດ ໂກເອໂກ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃກ້ຊິດຕິດແທດ ຮ່ວມວຽກງານນໍາກັນ ອໍານວຍຄວາມສະດວກໃນການດໍາເນີນທຸລະກິດ. ຂ່າວ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ