ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 605 ປະກາດ ພະນັກງານພັກການກຽມຮັບເບ້ຍບໍານານ
ເວລາອອກຂ່າວ: 2021-05-11 11:34:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 284 | ຄວາມນິຍົມ:



ໃນທ້າຍເດືອນພຶດສະພານີ້, ກອງພັນໃຫຍ່ 605 ໄດ້ຈັດຕັ້ງປະກາດພະນັກງານພັກການ ເພື່ອກຽມຮັບເບ້ຍບໍານານ ແລະ ປະກາດການຈັດຕັ້ງປ່ຽນແທນ, ໂດຍການເຂົ້າຮ່ວມເປັນປະທານຂອງ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າການຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ - ຄະນະບັນຊາ ກອງພັນໃຫຍ່ 605, ພະແນກການ, ກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ໄຊຍະພອນ ປະທິລາດ ຫົວໜ້າຂະແໜງພະນັກງານກອງພັນໃຫຍ່ 605 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍອະນຸມັດໃຫ້ນາຍທະຫານພັກຜ່ອນເພື່ອກຽມເຂົ້າເບ້ຍບໍານານ. ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານຢູ່ກອງພັນໃຫຍ່ 605 ໃນນັ້ນ ກະຊວງປ້ອງກັນປະເທດຕົກລົງອະນຸມັດໃຫ້ ສະຫາຍ ພັນໂທ ສົມເພັດ ສິງທໍາມະວົງ ກໍາມະການຄະນະພັກກອງພັນໃຫຍ່ ຮອງຫົວໜ້າການທະຫານ, ຫົວໜ້າພະແນກເສນາທິການກອງພັນໃຫຍ່ 605 ພັກການເພື່ອກຽມຮັບເບ້ຍບໍານານ ແລະ ອະນຸມັດໃຫ້ ສະຫາຍ ພັນໂທ ຄໍາຜີວ ແພງ ຄໍາພາ ກໍາມະການຄະນະພັກກອງພັນໃຫຍ່ ຮອງຫົວໜ້າຮັບຜິດຊອບວຽກງານເຕັກນິກ, ຫົວໜ້າພະແນກເຕັກນິກກອງພັນໃຫຍ່ 605 ພັກການເພື່ອກຽມຮັບເບ້ຍບໍານານ, ໂອກາດດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະກາດການຈັດຕັ້ງປ່ຽນແທນ ໃນນັ້ນ, ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ກິຮໍ ໝູແວ່ນ ກໍາມະການຄະນະພັກກອງພັນໃຫຍ່ ຂຶ້ນເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກເສນາກອງພັນໃຫຍ່ 605, ສະຫາຍ ພັນໂທ ບຸນທົງ ກັນຍາວົງ ຂຶ້ນເປັນຮອງຫົວໜ້າຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 605, ສະຫາຍ ພັທ ວົງເດືອນ ແກ້ວມະນີ ເປັນຮອງຫົວໜ້າພະແນກເສນາທິການກອງພັນໃຫຍ່ ແລະ ສະຫາຍ ພັນໂທ ຈອມພູວຽງ ແສນວິເສດ ເປັນຮອງພະແນກເຕັກນິກ ກອງພັນໃຫຍ່ 605. ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວຄວາມຍ້ອງຍໍຊົມເຊີຍພ້ອມຕີລາຄາສູງຕໍ່ພະນັກງານທີ່ໄດ້ຮັບບໍານານຄັ້ງນີ້ ທີ່ໄດ້ເອົາໃຈໃສ່ອຸດທິເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກໍຄືພັດທະນາກົມກອງໃນຕະຫຼອດໄລຍະຜ່ານມາຈົນມີຜົນສໍາເລັດໃນຫຼາຍດ້ານ, ພ້ອມທັງຮຽກຮ້ອງໃຫ້ພະນັກງານຜູ້ທີ່ໄດ້ຮັບໜ້າທີ່ ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືຶອງໃຫ້ແໜ້ນແຟ້ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້, ປະຕິບັດແບບແຜນຊີ້ນໍາ ນໍາພາ - ບັນຊາ ຕາມຫຼັກການລວມສູນປະຊາທິປະໄຕ, ມີແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບກົມກອງວາງອອກ ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນໃຫ້ເຂັ້ມງວດ, ພ້ອມກັນສ້າງກອງທັບໃຫ້ມີຄວາມເຂັ້ມແຂງ, ມີແບບແຜນທັນສະໄໝຂຶ້ນໄປເລື້ອຍໆ. ຂ່າວໂດຍ : ໜູ ແດງ ລາດສະແກ້ວ. ພາບໂດຍ : ເພັງ ມະນີລະສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ