ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກໂຮງພິມກົດລັບ ດຳເນີນກອງປະຊຸມໃຫຍ່ຂອງຕົນ
ເວລາອອກຂ່າວ: 2018-12-28 09:36:06 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ວັນທີ 26 ທັນວາ 2018 ນີ້, ໜ່ວຍພັກໂຮງພິມກົດລັບໄດ້ດຳ ເນີນກອງປະຊຸມໃຫຍ່ຄັ້ງທີ VIII ຂອງຕົນ ໂດຍການເຂົ້າຮ່ວມເປັນ ປະທານຂອງ ທ່ານ ພົນຈັດຕະວາ ພອນໃຈ ພັນທະວົງ ຄະນະພັກ ອົງການກົມໃຫຍ່ ຫົວໜ້າກົມກົດ ລັບ ກົມໃຫຍ່ເສນາທິການກອງທັບ ມີຄະນະພັກ-ຄະນະບັນຊາ, ແຂກ ຖືກເຊີນ ພ້ອມດ້ວຍພະນັກງານ ສະມາຊິກພັກເຂົ້າຮ່ວມ. ພັນໂທ ເກີດແກ້ວ ວົງວິຈິດ ເລຂາໜ່ວຍພັກ ຫົວໜ້າການ ເມືອງໂຮງພິມກົດລັບ ໄດ້ຂຶ້ນ ຜ່ານບົດລາຍງານການເມືອງ ຕີ ລາຄາຄືນການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະໜ່ວຍພັກ ຕໍ່ຂົງ ເຂດວຽກງານຕ່າງໆປິ່ນອ້ອມໜ້າ ທີ່ການເມືອງກົມກອງໃນໄລຍະ ຜ່ານມາ ອັນພື້ນຖານຄະນະພັກ ໄດ້ເອົາໃຈໃສ່ຊີ້ນຳວຽກງານວິຊາ ສະເພາະໃນການຈັດພິມເອກະ ສານວຽກງານວິຊາສະເພາະເຕັກ ນິກກົດລັບ ຮັບໃຊ້ໃຫ້ແກ່ການນຳ ພັກ-ລັດໃນຂົງເຂດທົ່ວປະເທດ ແລະ ຕ່າງປະເທດທີ່ນຳໃຊ້ວຽກງານກົດລັບໃຫ້ໄດ້ຮັບຜົນດີ ສຳ ເລັດຕາມລະດັບຄາດໝາຍໃນຊຸມ ປີຜ່ານມາສາມາດປະຕິບັດໄດ້ ຫຼັກການຄຸ້ມຄອງ-ນຳໃຊ້ວິຊາສະ ເພາະເຕັກນິກການພິມໄດ້ຢ່າງ ເຂັ້ມງວດ, ຮັບປະກັນປິດລັບເດັດ ຂາດ, ຖືກຕ້ອງຄົບຖ້ວນ, ວ່ອງ ໄວ, ຕິດຕາມກວດກາການອອກ ແບບ-ຈັດພິມເອກະສານປະເພດ ກົດບັນຊາ-ກົດປະທານຸກົມໄດ້ 11.955 ຫົວ, ເຈ້ຍວິຊາການ ແລະ ສະໝຸດບັນຊີຕ່າງໆໄດ້ 65.467 ຫົວ ພ້ອມນີ້ກໍໄດ້ເອົາ ໃຈໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ເຊິ່ງ ໄດ້ເຮັດໃຫ້ໜ່ວຍພັກສາມາດຮັກ ສາໄດ້ນາມະຍົດກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 10 ຄັ້ງຕິດຕໍ່ກັນ, ມີສະມາຊິກພັກ ແຂງຮອບດ້ານຈຳນວນ 35 ສະ ຫາຍ, ສະມາຊິກແຂງ 3 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າ ພັກໄດ້ 8 ສະຫາຍ, ກົມກອງຍັງໄດ້ ຮັບການຢັ້ງຢືນເປັນກົມກອງ ປອດໃສ ປອດໄພ ແລະ ປອດຄະ ດີອີກດ້ວຍ ນອກຈາກນີ້ຄະນະພັກ ຍັງໄດ້ເອົາໃຈໃສ່ຊີ້ນຳວຽກງານ ອົງການຈັດຕັ້ງມະຫາຊົນອຳນວຍ ຄວາມສະດວກໃຫ້ແກ່ເຂົາເຈົ້າ ໄດ້ເຄື່ອນໄຫວຕາມພາລະບົດ ບາດຂອງຕົນ, ຊີ້ນຳວຽກງານນະ ໂຍບາຍ, ການປັບປຸງແກ້ໄຂຊີ ວິດການເປັນຢູ່ຂອງພະນັກງານ- ນັກຮົບ ແລະ ຂົງເຂດວຽກງານ ອື່ນໆໄດ້ຮັບຜົນສຳເລັດເປັນ ຢ່າງດີ. ໃນກອງປະຊຸມຍັງໄດ້ປ່ອນ ບັດຄັດເລືອກເອົາຄະນະໜ່ວຍພັກ ຊຸດໃໝ່ໂດຍແມ່ນ ພັນໂທ ເກີດ ແກ້ວວົງວິຈິດ ເປັນເລຂາໜ່ວຍ ພັກ, ພັນໂທ ສົມພານ ສອນສຸພາບ ເປັນຮອງເລຂາໜ່ວຍພັກ ແລະ ພັນໂທ ນາງ ຈັນແສງ ສີສຸຄຳ ເປັນ ກຳມະການກວດກາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ