ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປັດຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 1233 ຄົນ ຜູ້ຕິດເຊື້ອໃໝ່ມື້ນີ້ 28 ຄົນ
ເວລາອອກຂ່າວ: 2021-05-08 14:41:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ:



ວັນທີ 08 ພຶດສະພາ ປີ 2021 ທ່ານໝໍ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ລາຍງານສະພາບການການລະບາດຂອງພະຍາດ COVID-19 ປະຈຳ ວັນທີ 08 ພຶດສະພາ ປີ 2021 ມາຮອດປະຈຸບັນ ມີລາຍງານຜູ້ຕິດເຊື້ອທັງໝົດ 1,233 ຄົນ (ໃໝ່ 28) ບໍ່ມີຜູ້ເສຍຊີວີດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີທັງໝົດ 150 ຄົນ ( ມື້ວານນິ້ ວັນທີ່ 7 ພຶດສະພາ 2021 ຄົນເຈັບອອກໂຮງໝໍ 28 ຄົນມີ: ນະຄອນຫຼວງວຽງຈັນ 16 ຄົນ, ແຂວງວຽງຈັນ 3 ຄົນ, , ຄຳມ່ວນ 1, ຈຳປາສັກ 3 ຄົນ ແລະ ສາລະວັນ 5 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1,083 ຄົນ. ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 28 ຄົນ (ກໍລະນີຢັ້ງຢືນທີ 1,206 – 1,233) ສຳລັບຄົນເຈັບຕິດເຊື້ອໃໝ່ໃນ 28 ຄົນ ຢູ່ ນະຄອນຫຼວງວຽງຈັນ ແຂວງຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ອຸດົມໄຊ ແລະ ແຂວງວຽງຈັນ ມີ 23 ຄົນ ແມ່ນ ຕິດເຊືອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າຜ່ານມາ ແລະ 05 ຄົນ ແມ່ນກໍລະນີ ນຳເຂົ້າຈາກຕ່າງປະເທດ (ແຂວງ ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ). ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ