ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງຮ່າຕິ່ງ ສ.ສ ຫວຽດນາມ ຊ່ວຍເຫລືອອຸປະກອນການແພດໃຫ້ແກ່ ແຂວງຄໍາມ່ວນມູນຄ່າ 500 ລ້ານດົງ
ເວລາອອກຂ່າວ: 2021-05-08 09:47:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ:



ພິທີມອບ-ຮັບເຄື່ອງຊ່ວຍເຫລືອ ໄດ້ຈັດຂຶ້ນໃນວັນທີ 06 ພຶດສະພາ 2021 ທີ່ດ່ານສາກົນ ເກົ່າແຈວ ເມືອງ ເຮືອງເຊີນ ແຂວງຮ່າຕິ່ງ ເປັນກຽດມອບໂດຍ ສະຫາຍ ເລງ໋ອກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ່ງ, ເປັນກຽດຮັບການຊ່ວຍເຫລືອໃນຄັ້ງນີ້ ໂດຍແມ່ນ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ຄໍາມ່ວນ, ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດ ພະຍາດໂຄວິດ 19 ຂັ້ນແຂວງ, ໃນນາມຕາງໜ້າຄະນະນໍາແຂວງຄໍາມ່ວນ ມີບັນດາສະຫາຍໃນຄະນະນໍາຂອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນພະຍານ. ສໍາລັບອຸປະກອນການແພດທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້ ປະກອບມີຊຸດປ້ອງກັນພະຍາດໂຄວິດ-19, ຜ້າອັດປາກ, ເຈວລ້າງມື ລວມມູນຄ່າການຊ່ວຍເຫລືອ 500 ລ້ານດົງ. ນອກນັ້ນຍັງໄດ້ຊ່ວຍເຫລືອອຸປະກອນການແພດຈໍານວນໜຶ່ງໃຫ້ແກ່ກຳລັງປະກອບອາວຸດ ແລະ ເມືອງນາກາຍຕື່ມອີກ. ໂອກາດດັ່ງກ່າວ ຄະນະການນໍາທັງສອງຝ່າຍຍັງໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ກັນ ແລະ ກັນ, ສະຫາຍ ບຸນມີ ພິມມະສອນ ໄດ້ຖືໂອກາດນີ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງຄະນະການນໍາ ແລະ ປະຊາຊົນແຂວງຮ່າຕິ່ງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ໃຫ້ແກ່ແຂວງຄໍາມ່ວນ ກໍ່ຄືປະກອບສ່ວນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະ ບາດພະຍາດໂຄວິດ-19 ໃນຄັ້ງນີ້ດ້ວຍຄວາມຈິງໃຈ. ຂ່າວ: ສິນສ້າງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ