ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ ສຸກປະເສີດ ກໍ່ສ້າງ ມອບເງິນສົດ 15.000.000 ກີບ ພ້ອມດ້ວຍເຄື່ອງບໍລິໂພກ ລວມການມອບ 23 ລ້ານກີບ ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-05-08 09:45:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 240 | ຄວາມນິຍົມ:



ວັນທີ 7 ພຶດສະພາ 2021 ນີ້, ບໍລິສັດ ສຸກປະເສີດ ກໍ່ສ້າງ ຈຳກັດ ໄດ້ມອບເງິນສົດຈຳນວນ 15 ລ້ານກີບ, ພ້ອມດ້ວຍເຄື່ອງບໍລິໂພກຈຳນວນໜຶ່ງ ລວມການມອບທັງໝົດ 23 ລ້ານກີບ ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ, ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ສະຖານທີ່ຮັບບໍລິຈາກເຄື່ອງຂອງໂຮງໝໍ ເປັນກຽດມອບໂດຍ ທ່ານ ນາງ ວັນສີ ສຸວັນນະແສງ ປະທານ ບໍລິສັດ ສຸກປະເສີດ ກໍ່ສ້າງ ຈຳກັດ, ໃຫ້ກຽດກ່າວຮັບໂດຍ ທ່ານ ພັນໂທ ດຣ ຫວັນໃຈ ວົງຊາລະສິດ ຮອງຫົວໜ້າຫ້ອງການໂຮງໝໍສູນກາງ 103 ກອງທັບ ພ້ອມຄະນະ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງການມອບໃນຄັ້ງນີ້ ເນື່ອງຈາກເຫັນໄດ້ຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດໃນເວລານີ້ ສະນັ້ນ ບໍລິສັດ ສຸກປະເສີດ ກໍ່ສ້າງ ຈຶ່ງໄດ້ຕັດສິນໃຈນຳເອົາວັດຖຸປັດໄຈຈຳນວນໜຶ່ງມາມອບໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ ເພື່ອໃຫ້ນຳໃຊ້ໃນການປະຕິບັດໜ້າທີ່ປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ, ປັດໄຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ຫວັງວ່າຈະສາມາດແກ້ໄຂໄດ້ຈຳນວນໃດໜຶ່ງໃຫ້ແກ່ພະນັກງານແພດໝໍ ພາຍໃນໂຮງໝໍສູນກາງ 103 ກອງທັບ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດຂອງທ່ານ. ໂອກາດນີ້ ທ່ານ ພັນໂທ ດຣ ຫວັນໃຈ ວົງຊາລະສິດ ໄດ້ຕາງໜ້າຄະນະພັກ-ຄະນະອຳນວຍການ ແລະ ພະນັກງານແພດໝໍໃນທົ່ວໂຮງໝໍສູນກາງ 103 ກອງທັບ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານ ນາງ ວັນສີ ສຸວັນນະແສງ ພ້ອມດ້ວຍຄະນະ ທີ່ໄດ້ແບ່ງປັນນ້ຳໃຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງມັນສະແດງເຖິງນ້ຳໃຈເສຍສະຫຼະ, ຄວາມເປັນຫ່ວງເປັນໃຍ, ທັງເປັນຂັວນກຳລັງໃຈໃຫ້ແກ່ພະນັກງານແພດໝໍທຸກຄົນທີ່ກຳລັງເຮັດໜ້າທີ່ໃນເວລານີ້, ຂໍອວຍພອນໄຊແດ່ທ່ານພ້ອມຄະນະຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນການດຳເນີນທຸລະກິດຂອງທ່ານ. ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ທາງໂຮງໝໍຈະນຳໃຊ້ໃຫ້ຖືກຈຸດປະສົງ ແລະ ໃຫ້ເກີດປະໂຫຍດສູງສຸດ. ໂດຍ: ສີຈັນ ເພັດວິໄຊ ພາບ: ເລີດວິໄລ ວົງຈຳປາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ