ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສປປ ລາວພົບຜູ້ຕິດເຊື້ອພະຍາດໂຄວິດໃໝ່ 28 ກໍລະນີ
ເວລາອອກຂ່າວ: 2021-05-07 15:48:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 263 | ຄວາມນິຍົມ:



ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິຕໍ່ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ລາຍງານປະຈໍາວັນທີ 7 ພຶດສະພາ 2021 ນີ້ ກ່ຽວກັບພະຍາດໂຄວິດ-19 (COVID-19)ວ່າ: ສຳລັບ ສປປ ລາວ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ 1,205 ຄົນ (ໃໝ່ 28), ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 122 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ ທີ່ຄະນະສະເພາະກິດ ກຳນົດໄວ້ ແຕ່ລະແຂວງຈຳນວນ 1,083 ຄົນ, ລາຍລະອຽດດັ່ງນີ້: ຢູ່ນະຄອນຫຼວງວຽງຈັນ 593 ຄົນ, ແຂວງຈໍາປາສັກ 173 ຄົນ, ແຂວງສາລະວັນ 11 ຄົນ, ແຂວງບໍ່ແກ້ວ 211 ຄົນ, ແຂວງສະຫວັນນະເຂດ 39 ຄົນ, , ແຂວງວຽງຈັນ 17 , ແຂວງຄຳມ່ວນ 1 ຄົນ, ແຂວງບໍລິຄຳໄຊ 2 ຄົນ, ແຂວງຊຽງຂວາງ 1 ຄົນ, ແຂວງ ເຊກອງ 1 ຄົນ ແລະ ແຂວງອຸດົມໄຊ 9 ຄົນ . ໃນວັນທີ 6 ພຶດສະພາ ນີ້ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2,254 ຄົນ: ຢູ່ຈຸດຜ່ານດ່ານ ລາວ - ໄທ ທັງໝົດ 1,267 ຄົນ; ຈຸດຜ່ານດ່ານ ລາວ - ຈີນ ທັງໝົດ 84 ຄົນ; ຈຸດຜ່ານດ່ານ ລາວ - ຫວຽດນາມ ທັງໝົດ 851 ຄົນ; ຈຸດຜ່ານສະໜາມບິນສາກົນວັດໄຕ ທັງໝົດ 52 ຄົນ, ທຸກຄົນທີ່ເຂົ້າມາທາງຈຸດຜ່ານດ່ານ ໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ COVID-19, ນໍາສົ່ງໄປຈໍາກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້. ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 50 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,416 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ