ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຍິງປືນ199 ໄດ້ຈັດຕັ້ງພິທີສັກຢາວັກຊິນກັນພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-05-07 10:11:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



ເພື່ອເປັນການປະຕິບັດຕາມແຜນຂອງຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງເຊື້ອພະຍາດໂຄວິດ-19, ໃນ ວັນທີ່ 6 ພຶດສະພາ 2021ນີ. ກອງຍິງປືນ199ໄດ້ຈັດຕັ້ງພິທີສັກຢາວັກຊິນກັນພະຍາດ ໂຄວິດ-19 ຂຶ້ນ ຢູ່ທີ່ຜາມໄຊສະໜາມກິລາ ຍິງປືນຫຼັກ 27 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ພອນແກ້ວ ສຸລິວັນວົງສາ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງຍິງປືນ 199, ມີບັນດາທີມງານວິຊາການແພດໝໍຈາກສະຖາບັນອະນາໄມກັນພະຍາດກອງທັບ ແລະ ຂະແໜງເສນາຮັກຕະຫຼອດຮອດພະນັກງານນັກຮົບທົ່ວກອງຍິງປືນ199 ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ສົມພັນ ພິພັກຂະວົງ ຮອງຫົວໜ້າພະແນກສົ່ງເສີມສຸຂະພາບແມ່ ແລະ ເດັກສະຖາບັນອະນາໄມກັນພະຍາດກອງທັບໄດ້ຕາງໜ້າທີມງານ ຂຶ້ນຊີ້ແຈງ ແລະ ອະທິບາຍກ່ຽວກັບແບບຟອມຜູ້ສະມັກເຂົ້າຮ່ວມສັກຢາວັກຊີນ ກັນພະຍາດ ໂຄວິດ- 19 ໃນຄັ້ງນີ້, ການລົງເຄື່ອນໄຫວສັກຢາວັກຊີນ ກັນພະຍາດ ໂຄວິດ- 19 ນີ້ ແມ່ນໄດ້ປະຕິບັດຕາມແຜນການຍຸດທະສາດຂອງຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ຂອງກະຊວງປ້ອງກັນປະເທດ ກໍຄືການປະຕິບັດຕາມແຜນການເຄື່ອນໄຫວສັກຢາປ້ອງກັນພະຍາດໂຄວິດ-19ໃຫ້ບັນດານາຍ ແລະ ພົນທະຫານຢູ່ແຕ່ລະກົມກອງ, ໂດຍແມ່ນພາລະກິດອັນສໍາຄັນ ແລະ ຮີບດ່ວນ. ສໍາຫຼັບຢູ່ກອງຍິງປືນ199 ມີຈໍານວນຜູ້ທີໄດ້ຮັບການຊັກຢາວັກຊິນປ້ອງກັນພະຍາດໂຄວິດ -19 ແລ້ວມີທັງໝົດ 94 ສະຫາຍ. ໂດຍສັກໂດສທີ່1, ສ່ວນຢາວັກຊິນປ້ອງກັນພະຍາດໂຄວິດ-19ທີ່ໄດ້ນໍາມາສັກປ້ອງກັນໃນຄັ້ງນີ້ແມ່ນຜະລິດຕະພັນຢາຂອງບໍລິສັດຊີໂນຟາມຂອງ ສປ ຈີນ, ທັ້ງນີ້ກໍເພື່ອເປັນການປ້ອງກັນ ຄວບຄຸມ ບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດໃນວົງກ້ວາງ ແລະ ສ້າງພູມຄຸ້ມກັນໃຫ້ບັນດານາຍ ແລະ ພົນທະຫານໃຫ້ມີສຸຂະພາບແຂງແຮງ,ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ,ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້. ພາບ-ຂ່າວ ນາງ ບົວໄວ ວັນນະສົດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ