ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສືບຕໍ່ ເພີ່ມທະວີ ສະກັດກັ້ນ ຄວບຄຸມພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-07 09:48:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ເພື່ອປະຕິບັດຕາມທິດຊີ້ນຳກຽ່ວກັບການສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ,ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຈົນຮອດວັນທີ 20 ພຶດສະພາ 2021 . ສະຫາຍພັນເອກ ເພັດສະໝອນ ວິລະວອນ ຫົວຫນ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊໄດ້ອອກແຈ້ງການເພີ່ມເຕີມ ໃຫ້ພະນັກງານ - ນັກຮົບ ສືບຕໍ່ຈັດຕັ້ງໃຫ້ເຂັ້ມງວດ ເພື່ອຮັບປະກັນໄດ້ຄວາມປອດໄພ 100 %. ໃນນັ້ນ ໄດ້ມອບໃຫ້ໜ່ວຍສະເພາະກິດຂອງໂຮງຮຽນເອົາໃຈໃສ່ຢ່າງຕັ້ງໜ້າໃນການຕິດຕາມ ກວດວັດແທກອຸນຫະພູມຮ່າງກາຍໃຫ້ນັກຮຽນຢ່າງເປັນປົກະຕິ ໃຊ້ຜ້າອັດປາກ-ດັງ, ເຈວລ້າງມື, ຮັກສາໄລຍະຫ່າງ ບໍ່ໃຫ້ຢູ່ໃນບ່ອນທີ່ມີຄວາມແອອັດ, ເຂັ້ມງວດໃນການປະຕິບັດ ຄຳສັ່ງ ແລະ ລະບຽບການຕ່າງໆຂອງໂຮງຮຽນ. ສວ່ນພະນັກງານທີ່ເຮັດໜ້າທີ່ປະຈຳການ ກໍມີການກວດວັດແທກອຸນຫະພູມຢູ່ຈຸດກວດຂອງຄະນະສະເພາະກິດຈຸດດຽວ ເຂົ້າ - ອອກ ປະຕູໂຂງໃຫ່ຍ ມີເຈວລ້າງມື, ສີດພົ່ນຢາຂ້າເຊື້ອຕາມລໍ້ລົດ. ສໍາລັບນັກຮຽນທີ່ນອນພັກຕາມຈຸດຕ່າງໆທີ່ໄດ້ແບ່ງປັນ ແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຮັກສາອະນາໄມຂອບເຂດທີ່ຢູ່ອາໄສໃຫ້ມີຄວາມສະອາດຈົບງາມດີ. ທັງນີ້, ກໍເພື່ອເປັນການສະກັດກັ້ນບໍ່ໃຫ້ມີການແຜ່ລະບາດ ຢູ່ພາຍໃນກົມກອງ ສະນັ້ນແລ້ວໜ່ວຍງານທີ່ໄດ້ຮັບການມອບໝາຍຕ້ອງໄດ້ຍົກສູງຄວາມຮັບຜິດຊອບໃນການເຄື່ອນໄຫວເຮັດໜ້າຢ່າງມີສະຕິ, ປັດຈຸບັນ ຄະນະອໍານວຍການໂຮງຮຽນໄດ້ຊີ້ນຳສືບຕໍ່ໂຄສະນາ ຜົນຮ້າຍ ແລະ ວິທີປ້ອງກັນພະຍາດໂຄວິດ-19 ຢ່າງຕັ້ງໜ້າໃຫ້ພະນັກງານ - ນັກຮົບ ເຂົາໃຈຢ່າງທົ່ວເຖິງ ພ້ອມກັນ ນຳໄປຈັດຕັ້ງປະຕິບັດ ໃຫ້ເຂັ້ມງວດ.ຍ້ອນຄວາມເອົາໃຈໃສ່ ແລະ ປະຕິບັດຢ່າງເຂັ້ມງວດຄືແນວນັ້ນ ໄລຍະຜ່ານມາ ຈິ່ງເຮັດໃຫ້ພະນັກງານ - ນັກຮົບພາຍໃນກົມກອງ ຮັບປະກັນໄດ້ທາງດ້ານສຸຂະພາບ ແລະ ມີຄວາມປອດໄພ. ໂດຍ : ຄຳແປງ ຟອງສາຍໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ