ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນ ສືບຕໍ່ມອບເຄື່ອງ ແລະ ເງິນຊ່ວຍເຫຼືອຕ້ານໂຄວິດ-19
ເວລາອອກຂ່າວ: 2021-05-06 14:42:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:



ຕອນເຊົ້າວັນທີ 5 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ລວມມູນຄ່າເກືອບ 9 ກວ່າຕື້ກີບ ແລະ 88.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ໃນໂອກາດນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ, ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ. ການມອບການຊ່ວຍເຫຼືອຄັ້ງນີ້ ປະກອບມີ 7 ພາກສ່ວນ ຄື: ບໍລິສັດ ສະຕາໂທລະຄົມ (Unitel) ມອບເງິນ ຈຳນວນ 1,5 ຕື້ກີບ, ລະບົບ ICT ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງການສັກວັກຊີນ ມູນຄ່າ 2,15 ຕື້ກີບ, Data ແລະ Voice ເພື່ອນຳໃຊ້ໂທລະສັບ ແລະ ອິນເຕີເນັດ ມູນຄ່າ 1,35 ຕື້ກີບ, ລວມມູນຄ່າທັງໝົດ 5 ຕື້ກີບ; ໃນນາມສ່ວນຕົວ ກໍ່ຄືຄອບຄົວ ທ່ານ ຫວັງຊຸນຄາຍ ມອບເງິນ ຈຳນວນ 3 ຕື້ກີບ; ບໍລິສັດ ຊິສເມຕິກ ໄອທີ ໂຊລູຊັ້ນ ຊຶ່ງເປັນບໍລິສັດໃນກຸ່ມບໍລິສັດ AIF Group ມອບເງິນ ຈຳນວນ 1 ຕື້ກີບ; ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບຜ້າປິດປາກ-ດັງ ຈຳນວນ 200.000 ອັນ, ມູນຄ່າ 88.000 ໂດລາສະຫະລັດ; ສະພາການຄ້າ ຟູຈ້ຽນ ປະຈຳ ສປປ ລາວ ມອບເງິນ ຈຳນວນ 116 ລ້ານກີບ; ທ່ານ ກຽງສັກ ສະຫວັນວາລີ ພ້ອມດ້ວຍຄອບຄົວ ມອບເງິນ ຈຳນວນ 100 ລ້ານກີບ; ແລະ ບໍລິສັດ ສະໄກ ຂຸດຄົ້ນບໍ່ແຮ່ ຈຳກັດ ມອບເງິນ ຈຳນວນ 100 ລ້ານກີບ. ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາພາກສ່ວນ ຕະຫຼອດຮອດພະນັກງານ ແລະ ຄອບຄົວ ຂອງບັນດາພາກສ່ວນ ທີ່ໄດ້ປະກອບສ່ວນມອບການຊ່ວຍເຫຼືອ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຄັ້ງນີ້. ການປະກອບສ່ວນດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສະພາບການໃນປະຈຸບັນ, ຊຶ່ງໄດ້ສະແດງເຖິງສະຕິຕື່ນຕົວທາງການເມືອງ, ຄວາມເສຍສະຫຼະ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີເປັນເອກະພາບ, ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທຸກຄົນ ທີ່ພວມປະຕິບັດໜ້າທີ່ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງ ແລະ ເງິນຊ່ວຍເຫຼືອດັ່ງກ່າວ ໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໂດຍສະເໜີ ໃຫ້ບັນດາພາກ ສ່ວນ ທີ່ໄດ້ມອບການຊ່ວຍເຫຼືອໃນຄັ້ງນີ້ ຈົ່ງພ້ອມກັນຕິດຕາມ ແລະ ຊຸກຍູ້-ສົ່ງຂ່າວ ການນຳໃຊ້ເຄື່ອງ ແລະ ເງິນດັ່ງ ກ່າວ ໃຫ້ມີຄວາມໂປ່ງໃສ, ໄປຮອດໄປເຖິງເປົ້າໝາຍ, ສອດຄ່ອງກັບເນື້ອໃນຈິດໃຈ ຂອງການຊ່ວຍເຫຼືອ ຢ່າງແທ້ຈິງ. ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມກັບລັດຖະບານ ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ປະກອບສ່ວນເຮັດໃຫ້ ການປະຕິບັດພາລະກິດ ຕ້ານພະຍາດໂຄວິດ-19 ຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ເວົ້າລວມ, ເວົ້າສະເພາະ ແມ່ນສະເໜີໃຫ້ບັນດາພາກສ່ວນ ທີ່ເຂົ້າມອບການຊ່ວຍເຫຼືອ ຈົ່ງຊ່ວຍປຸກລະດົມ, ອະທິບາຍຊີ້ແຈງ ໃຫ້ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມອັນຕະລາຍ ຂອງເຊື້ອພະຍາດໂຄວິດ-19, ລວມທັງ ເຫດຜົນ ແລະ ຄວາມຈຳເປັນ ທີ່ລັດຖະບານ ຕ້ອງວາງນະໂຍບາຍຕ່າງໆ ເພື່ອຕ້ານການແຜ່ລະບາດ ຂອງພະຍາດດັ່ງກ່າວ, ພ້ອມທັງ ສະເໜີໃຫ້ເອົາໃຈໃສ່ຄຸ້ມຄອງ, ເບິ່ງແຍງດູແລ ພະນັກງານເຫຼົ່ານັ້ນ ໃຫ້ມີສຸຂະພາບແຂງແຮງ, ປອດໄພຈາກເຊື້ອພະຍາດຕ່າງໆ, ເຂົ້າຮ່ວມ ແລະ ສະໜັບສະໜູນ ການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດເຮົາ. ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນໂລກ ກໍ່ຄືພາຍໃນ ສປປ ລາວ, ລວມທັງ ຄວາມຄືບໜ້າການແກ້ໄຂ, ຂໍ້ຄົງຄ້າງ-ສິ່ງທ້າທາຍ ທີ່ພວກເຮົາກຳລັງປະເຊີນ. ເຖິງຢ່າງໃດກໍ່ດີ, ລັດຖະບານ ກໍ່ຍັງເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈສູງ ບວກກັບບົດຮຽນ, ປະສົບການ, ມູນເຊື້ອອັນດີງາມ ແລະ ຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນລາວທັງຊາດ ຈະເຮັດໃຫ້ພວກເຮົາ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເອົາຊະນະ ເຊື້ອພະຍາດທີ່ຮ້າຍກາດດັ່ງກ່າວນີ້ ໄດ້. (ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ