ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງເຈົ້າແຂວງສະຫວັນນະເຂດ ມອບອຸປະກອນຕ້ານໂຄວິດ-19 ໃຫ້ກອງພົນທີ 4
ເວລາອອກຂ່າວ: 2021-05-06 14:07:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ວັນທີ 5 ພຶດສະພາ 2021 ນີ້ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງໃຊ້ຈຳເປັນສຳລັບຕ້ານພະຍາດໂຄວິດ-19 ແລະ ປັດໃຈຈຳນວນໜຶ່ງມາມອບໃຫ້ກອງພົນທີ 4 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຮອງເລຂາຄະນະພັກກອງພົນ ຫົວໜ້າການທະຫານກອງພົນທີ 4, ມີການນຳອົງການ 5 ຫ້ອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ວຽງທະວີສອນ ເທບພະຈັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍໃນການປະຕິບັດໜ້າທີ່ການເມືອງໃນໄລຍະຜ່ານມາ ໃນການປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ ແລະ ພັດທະນາປະເທດຊາດ ເວົ້າລວມສະເພາະກໍຄືແຂວງສະຫວັນນະເຂດ ມີຄວາມສະຫງົບປອດໄພໂດຍພື້ນຖານ ແລະ ຝາກຄວາມຢ້ຽມຢາມຖາມຂ່າວດ້ວຍຄວາມເປັນຫ່ວງເປັນໃຍ ພ້ອມທັງກ່າວມອບ ເຄື່ອງໃຊ້ຈຳເປັນສຳລັບຕ້ານພະຍາດໂຄວິດ-19 ປະກອບມີ: ເຈວລ້າງມື ຈຳນວນ 1 ແກັດໃຫຍ່, ຜ້າປິດປາກ 25 ກັບ, ນ້ຳດື່ມ 50 ແກັດ ແລະ ວັດຖຸປັດໃຈຈຳນວນໜຶ່ງໃຫ້ກອງພົນທີ 4 ນຳໄປໜູນໃຊ້ເຂົ້າໃນວຽກງານລວມຂອງກົມກອງເພື່ອຕ້ານພະຍາດໂຄວິດ-19 ໃຫ້ມີຄວາມຮັບປະກັນ ແລະ ພ້ອມທັງເສີມຂະຫຍາຍຄວາມສາມັກຄີລະຫວ່າງແຂວງ ແລະ ກອງພົນທີ 4 ໃຫ້ມີຄວາມສາມັກຄີເປັນປຶກແຜ່ນຕະຫຼອດໄປ. ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ພະນັກງາານ-ນັກຮົບ ທົ່ວກອງພົນທີ 4 ໄດ້ກ່າວສະແດງຄວາມຂອບໃຈ ມາຍັງ ສະຫາຍ ວຽງທະວີສອນ ເທບພະຈັນ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງກຳລັງພວກເຮົາ ແລະ ໄດ້ໃຫ້ການຊ່ວຍເຫຼືອປັດໃຈ, ອຸປະກອນຕ້ານພະຍາດໂຄວິດ-19 ເພື່ອຊຸກຍູ້ວຽກງານປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນຄັ້ງນີ້. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາປັດໃຈ ແລະ ເຄື່ອງດັ່ງກ່າວໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ ໃນວັນທີ 4 ພຶດສະພາ 2021 ນີ້ ສະຫາຍ ວຽງທະວີສອນ ເທບພະຈັນ ພ້ອມຄະນະ ໄດ້ນຳເອົາເຄື່ອງໄປມອບໃຫ້ ກອງພັນໃຫຍ່ 644 ເພື່ອເປັນການຊຸກຍູ້ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກໍາລັງແຜ່ລະບາດຢູ່ໃນປັດຈຸບັນ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ລວມມີນ້ຳດື່ມ 50 ແພັກ, ນ້ຳຢາລ້າງມື 2 ແກັດ, ຜ້າອັດປາກ 10 ກັບ ພ້ອມເງິນສົດ 2 ລ້ານກີບ. ຂ່າວໂດຍ: ບົວຄຳ ທອງລັດສະໝີ ແລະ ສົມສັກ ແກ້ວດວງດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ