ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະສະເພາະກິດ ປຶກສາຫາລືແຜນວຽກຈຸດສຸມ ຕ້ານພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-05 20:18:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ໃນຕອນບ່າຍວັນທີ 5 ພຶດສະພາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ດຳເນີນປະຊຸມ ເພື່ອປຶກສາຫາລື ຜັນຂະຫຍາຍຈິດໃຈກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 04 ພຶດສະພາ 2021 ກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ແລະ ກຳນົດແຜນວຽກຈຸດສຸມ ຂອງຄະນະສະເພາະກິດ ແຕ່ວັນທີ 06-20 ພຶດສະພາ 2021 ຊຶ່ງເປັນໄລຍະສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 15/ນຍ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19; ມີບັນດາທ່ານ ໃນຄະນະສະເພາະກິດ ແລະ ກອງເລຂາຄະນະສະເພາະກິດ ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດ ຄຳສັ່ງເລກເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ຈາກທ່ານ ຮສ.ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19, ຊຶ່ງເນື້ອໃນ ໄດ້ຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ, ລວມທັງ ການກຳນົດທິດທາງແຜນ ກໍ່ຄືມາດຕະການຕ່າງໆໃນຕໍ່ໜ້າ ເພື່ອຜັນຂະຫຍາຍຜົນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ແຜນວຽກຈຸດສຸມ ໃນໄລຍະວັນທີ 06-20 ພຶດສະພາ 2021. ຫຼັງຈາກນັ້ນ, ບັນດາທ່ານ ໃນຄະນະສະເພາະກິດ ໄດ້ປະກອບຄຳຄິດເຫັນ ຕໍ່ເນື້ອໃນການລາຍງານດັ່ງກ່າວ ໂດຍສະເພາະ ຕໍ່ວຽກຈຸດສຸມໃນຕໍ່ໜ້າ ແລະ ວຽກງານທີ່ກ່ຽວຂ້ອງກັບໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະ ແໜງການຕົນ. ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ມີທິດຊີ້ນຳ ຄະນະສະເພາະກິດ ແລະ ກອງເລຂາສະເພາະກິດ ຮີບຮ້ອນ ນໍາເອົາແຜນຈຸດສຸມທີ່ໄດ້ເອກະພາບກັນໃນມື້ນີ້ ຜັນຂະຫຍາຍເປັນແຜນວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນ ໂດຍສະເພາະ ວຽກງານຮີບດ່ວນໃນໄລຍະ ວັນທີ 06-20 ພຶດສະພາ 2021, ໃຫ້ມີການປະສານສົມທົບກັນພາຍໃນຢ່າງກົມກຽວ ເພື່ອຮັບປະກັນໃຫ້ການປະຕິບັດວຽກງານມີຄວາມໂລ່ງລ່ຽນ, ຕິດຕາມ ສັງລວມ ເອົາຄຳຄິດເຫັນ, ຄຳສະເໜີ ຫຼື ຄວາມເປັນຫ່ວງເປັນໄຍ ຂອງປະຊາຊົນ ກໍ່ຄືທຸກພາກສ່ວນໃນສັງຄົມ ເພື່ອສົ່ງໃຫ້ພາກສ່ວນກ່ຽວຂ້ອງ ມາຮ່ວມຊີ້ແຈງ ອະທິບາຍ ໃນການຖະແຫຼງຂ່າວປະຈຳວັນ ຂອງຄະນະສະເພາະກິດ; ໃຫ້ທຸກພາກສ່ວນສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ໄດ້ອອກໄປແລ້ວ ຢ່າງເຂັ້ມງວດ. ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ