ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-05 16:18:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:



ໃນວັນທີ 5 ພຶດສະພາ 2021ນີ້,ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19ຂັ້ນກະຊວງໄດ້ຈັດກອງປະຊຸມຂື້ນໂດຍການເປັນປະທານຂອງສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,ມີຄະນະສະເພາະກິດ,ກອງເລຂາສະເພາະກິດແລະອານຸກໍາມະການເຂົ້າຮ່ວມ. ສະຫາຍພັນໂທ ໂນສັກ ພັນທະລາດ ຕາງໜ້າກອງເລຂາຄະນະສະເພາະກິດຂື້ນຜ່ານບົດລາຍງານສະພາບການລະບາດແລະມາດຕະການປ້ອງກັນ,ຄວບຄຸມແລະການແກ້ໄຂພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19ໃຫ້ຮູ້ວ່າ:ອີງຕາມແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 406/ຫສນຍແລະຄໍາສັງສະບັບເລກທີ 15 /ນຍ,ດັ່ງນັ້ນກະຊວງປ້ອງກັນປະເທດຈື່ງໄດ້ອອກແຈ້ງການສະບັບເລກທີ 2080/ກປທ ມອບໃຫ້ກົມເສນາຮັກກົມໃຫຍ່ພະລາທິການກອງທັບໃນນາມກອງເລຂາຄະນະສະເພາະກິດປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດພະຍາດໂຄວິດ-19 ເຝົ້າລະວັງແລະກະກຽມການຕອບໂຕ້ໂດຍສະເພາະແມ່ນຢູ່ບັນດາໂຮງໝໍແຫ່ງຕ່າງໆໃນກອງທັບ,ຄະນະສະເພາະໄດ້ອອກແຈ້ງການໃຫ້ກໍາລັງຫຼວງ-ກໍາລັງທ້ອງຖີ່ນຈັດຕັ້ງກວດກາຄັດກ່ອງວັດແທກອຸນະພູມຄົນເຂົ້່າ-ອອກຄ້າຍແລະແຈກຢາຍອຸປະກອນປ້ອງກັນພະຍາດແລະເຈວຂ້າເຊື້ອ 34 ກົມກອງ,ຈັດຕັ້ງສັກຢາວັກຊີນຄົ້ງທີ່ຢູ່ໂຮງໝໍສູນກາງ 103 ກອງທັບແລະຈຸເຄື່ອນທີ່ 2 ຈຸ ,ບັນດາໂຮງໝໍບໍລິເວນແລະໂຮງໝໍທະຫານແຂວງບ່ອນທີ່ມີເງື່ອນໄຂກໍໄດ້ຈັດຕັ້ງສັກຢູ່ກັບທີ ມາຮອດປັດຈຸບັນມີພະນັກງານ-ນັກຮົບແລະແພດໝໍໃນກອງທັບໄດ້ສັກວັກຊີນຈໍານວນ 8.411 ຄົນ(ລວມທັງເຂັ້ມທີ 1 ແລະ2 ),ເຄື່ອນໄຫວຜົ່ນຢາຂ້າເຊື້ອຢູ່ບັນດາກົມກອງຕ່າງໄດ້ 21 ກົມກອງແລະໄດ້ເກັບຕົວຢ່າງຢູ່ສູນຈໍາກັດບໍລິເວນຫຼັກ 27 ,ໂຮງໝໍສູນກາງ 103 ກອງທັບ,ແລະຢູ່ກົມກອງຕ່າງໆພ້ອມທັງສົ່ງກວດຢູ່ສູນວິເຄາະ-ລະບາດວິທະຍາຈໍານວນ 1.976 ເທົ່າກັບ 2.025 ຕົວຢ່າງ(ຊ່ວງມີການລະບາດຮອບ 2),ວຽກງານຄຸ້ມຄອງກໍລະນີກຸ່ມສ່ຽງຢູ່ໃນກອງທັບເຮົາມີສອງບ່ອນຄື:ໂຮງໝໍສູນກາງ 103 ກອງທັບມີທິມແພດ 3 ທິມ,ແລະໂຮງໝໍພາກສະໜາມຫຼັກ 27 ແບ່ງອອກ 4 ທິມ,ໂຮງໝໍບໍລິເວນແລະໂຮງໝໍທະຫານແຂວງແມ່ນປະສານກັບຄະນະສະເພາະຂັ້ນແຂວງ,ສໍາລັບໂຮງໝໍພາກສະໜາມຫຼັກ 27 ຕາມແຜນຂັ້ນເທີ່ງແມ່ນກໍານົດ 500 ຕຽງແຕ່ຕົວຈີ່ງຮັບຮອງໄດ້ 300 ຕຽງ,ແຕ່ເຖີ່ງແນວໃດກໍຕາມຄະນະສະເພາະກິດພວກເຮົາໄດ້ເອົາໃຈໃສ່ປີ່ນປົວດ້ວຍຄວາມຮັບຜິດຊອບສູງ,ແລະສຶບຕໍຮັບເອົາຄົນເຈັບນອນປິ່ນປົວແລະຄຸ້ມຄອງບໍລິຫານ,ແຕ່ງຕັ້ງຄະນະວິຊາການເພື່ອເຮັດວຽກຮ່ວມກັບທິມງານຊ່ຽວຊານຫວຽວດນາມ,ສ້າງແຜນການເຄື່ອນໄຫວປ້ອງກັນແລະແຈກຢາຍອຸປະກອນປ້ອງກັນແລະເຄມີຂ້າເຊື້ອໃຫ້ບັນດາໂຮງໝໍແລະກົມກອງຮາກຖານ,ສ້າງແຜນການຮັບຮອງຢູ່ແຕ່ລະເຂດກໍລະນີທີການລະບາດຍັງສຶບຕໍ,ກະກຽມທິມແພດສໍາຮອງໃນແຕ່ລະຂັ້ນ,ແຜນງົບປະມານຈາກສູນກາງ,ຊຸກຍູ້ສັງຄົມປະກອບສວນວັດຖຸປັດໃຈ,ແລະປັບປຸງຊັບຊ້ອນລະບົບການຈັດຕັ້ງແບບແຜນວິທີເຮັດວຽກຂອງຄະນະສະເພາະກິດ,ກອງເລຂາແລະອະນຸກໍາມະການຕ່າງໆໃຫ້ແຖດເໝາະຕາມແຜນຂອງຄະນະສະເພາະກິດຂັ້ນສູນກາງກໍ່ຄືກະຊວງປ້ອງກັນປະເທດກໍານົດ. ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຍັງເນັ້ນໃຫ້ຄະນະສະເພາະກິດ,ກອງເລຂາແລະອະນຸກໍາມະການຂັ້ນຕ່າງໆຕ້ອງເປັນເສນາທິການໃນດ້ານວຽກງານການປ້ອງກັນແລະຄວບຄຸ້ມການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ເພີ່ມທະວີຄວາມເອົາໃຈໃສ່ ຍົກສູງສະຕິລະວັງຕົວໃນການປ້ອງກັນຕົນເອງແລະປະຕິບັດຕາມແຜນຢ່າງເຂັ້ມງວດກ່ຽວກັບບັນດາມາດຕະການທີ່ວາງອອກ,ເອົາໃຈໃສ່ຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນຈັດຕັ້ງກໍາລັງລາດຕະເວນຕາມເຂດຊາຍແດນທີ່ມີການຂ້າມລອຍເຂົ້າມາພາຍໃນປະເທດແບບຜິດກົດໝາຍ.ນອກນີ້ຍັງຮຽກຮ້ອງໃຫ້ກົມເສນາຮັກ,ໂຮງໝໍສູນກາງ 103ກອງທັບແລະທິມແພດທຸກສະຫາຍເອົາໃຈເຂົ້າການປິ່ນປົວຮັກສາຕາມບົດຮຽນແລະວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ:ໃນວັນດ່ຽວກັນບໍລິສັດວຽງທອງການຢາແລະໃສສະອາດການຢາໄດ້ມອບຕຽງຄົນເຈັບພ້ອມເສື່ອນອນໃຫ້ຄະນະສະເພາະກິດຕ້ານ,ຄວບຄຸມແລະແກ້ໄຂພະຍາດລະບາດໂຄວິດ-19ຂອງກະຊວງປ້ອງກັນປະເທດຈໍານວນ 15 ຊຸດ ລວມມູນຄ່າ 40 ລ້ານກິບ.ມອບໂດຍ ທ່ານ ສີຫາມະໂນ ບັນດາວົງ ຜູ້ບໍລິຫານສູງສຸດ ບໍລິສັດ ວຽງທອງ ການຢາແລະໃສສະອາດ ການຢາ ໂດຍການກ່າວຮັບຂອງ ທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍຄະນະ. ໂດຍ:ບຸນຊ້ອຍ..



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ