ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງໆຄໍາມ່ວນ ເຄື່ອນໄຫວຕິດຕາມສູນກັກກັນປິ່ນປົວພະຍາດໂຄວິດ - 19
ເວລາອອກຂ່າວ: 2021-05-05 15:23:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ໃນວັນທີ 4 ພຶດສະພາ 2021 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມແພດໝໍທີ່ກັກກັນຕົວຢູ່ຕຶກພຣະສົງພາຍຫຼັງສໍາເລັດຈາກການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19. ໂດຍການຕ້ອນຮັບທ່ານເຈົ້າແຂວງ ພ້ອມຄະນະໃນຄັ້ງນີ້, ມີທ່ານ ດຣ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກພ້ອມຄະນະ. ການເຄື່ອນໄຫວຕິດຕາມສູນກັກກັນປິ່ນປົວພະຍາດໂຄວິດ- 19 ໃນຄັ້ງນີ້, ທ່ານເຈົ້ງແຂວງໆຄໍາມ່ວນ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກຄະນະກອງເລຂາປ້ອງກັນ,ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ວ່າ : ສໍາລັບແຂວງຄໍາມ່ວນມາຮອດປັດຈຸບັນນີ້, ກ່ຽວກັບມາດຕະການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ແມ່ນໄດ້ມີຫຼາຍມາດຕະການ ໂດຍສະເພາະແມ່ນທາງໂຮງໝໍແຂວງເວລາທີ່ມີຄົນເຈັບເຂົ້າ-ອອກກໍຕ້ອງມີໜ່ວຍງານກັ້ນກອງ, ເຊິ່ງໜ່ວຍງານນີ້ແມ່ນມີໜ້າທີ່ໃນການກວດ ແລະ ວັດແທກອຸນຫະພູມຂອງຜູ້ທີ່ເຂົ້າມາໃຊ້ບໍລິການຖ້າຫາກພົບເຊື້ອແມ່ນຈະໄດ້ສົ່ງເຂົ້າສູນທັນທີ. ໃນໄລຍະຜ່ານມານັບແຕ່ວັນທີ 1 ມັງກອນ ຈົນຮອດວັນທີ 30 ເມສາ 2021 ມີຈໍານວນຄົນເຂົ້າຮັກສາຕົວຢູ່ໃນສູນທັງໝົດ 1.339 ຄົນ ໂດຍໄດ້ກວດຫາເຊື້ອພະຍາດໂຄວິດ -19 ໝົດທຸກຄົນແຕ່ໄດ້ກວດພົບເຊື້ອພຽງແຕ່ 1 ກໍລະນີ, ເຊິ່ງໄດ້ຖືກກວດພົບໃນວັນທີ 17 ເມສາ 2021 ໂດຍໄດ້ຮັບການປິ່ນນັບແຕ່ເວລານັ້ນເປັນຕົ້ນມາຕາມຫຼັກການຂອງອົງການອະນາໄມໂລກ ມາຮອດປັດຈຸບັນ ອາການຂອງກໍລະນີທີ 50 ແມ່ນດີຂຶ້ນແລ້ວ. ນອກຈາກນັ້ນ, ແມ່ນອີງໃສ່ຄໍາສັ່ງແນະນໍາຂອງແຂວງ ແລະ ສູນກາງໃນການຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ກໍໄດ້ມີການແຕ່ງຕັ້ງໃຫ້ພະນັກງານແພດໝໍ ຜັດປ່ຽນກັນເວນຍາມ ເພື່ອປິນປົວຄົນເຈັບພາຍໃນສູນເປັນປົກກະຕິພາຍຫຼັງທີ່ອອກຈາກການຜັດປ່ຽນແລ້ວ ກໍຕ້ອງໄດ້ມາກັກຕົວຢູ່ຕຶກພຣະສົງ ເຊິ່ງໃຊ້ເປັນບ່ອນກັກຕົວຂອງແພດໝໍໂດຍສະເພາະ, ຫ້າມບໍ່ໃຫ້ພາກສ່ວນທີ່ບໍ່ມີສ່ວນກ່ຽວຂ້ອງເຂົ້າໃກ້ບໍລິເວນດັ່ງກ່າວ ໃນແຕ່ລະວັນທາງກອງເລຂາແມ່ນໄດ້ລາຍງານໃຫ້ຄະນະສະເພາະກິດຂອງແຂວງ ແລະ ຄະນະສະເພາະກິດຂັ້ນສູນກາງເປັນປົກກະຕິ. ພ້ອມນັ້ນ, ກໍໄດ້ຈໍາກັດຄົນເຂົ້າ-ອອກລະຫວ່າງບ້ານຕໍ່ບ້ານ ,ເມືອງຕໍ່ເມືອງ , ແຂວງຕໍ່ແຂວງ . ສໍາລັບແຂວງຕໍ່ແຂວງລວມເຖິງດ່ານສາກົນແມ່ນຍົກເວັ້ນລົດຂົນສົ່ງສິນຄ້າແຕ່ເຈົ້າຂອງບໍລິສັດຕ້ອງມາປະສານສົມທົບກັບຄະນະສະເພາະກິດຂັ້ນແຂວງເພື່ອຂໍອະນຸຍາດເຂົ້າ-ອອກໃນແຕ່ລະໄລຍະແຕ່ຕ້ອງຄວບຄຸມການຮັກສາຄວາມປອດໄພຢ່າງເຂັ້ມງວດຕາມມາດຕະການທີ່ຄະນະສະເພາະກິດຂັ້ນແຂວງວາງອອກ. ທັງນີ້, ເພື່ອຄວບຄຸມຈໍານວນຄົນຈາກແຂວງອື່ນ ແລະ ແຂວງໃກ້ຄຽງທີ່ມີຄວາມສ່ຽງສູງບໍ່ໃຫ້ນໍາເຊື້ອເຂົ້າມາແຜ່ຂະຫຍາຍພາຍໃນແຂວງຢ່າງເດັດຂາດ , ສໍາລັບຍາດຕິພີ່ນ້ອງຂອງຜູ້ທີ່ໄປທໍາງານຢູ່ປະເທດໄທຖ້າມີຄວາມປະສົງຢາກກັບບ້ານແມ່ນໃຫ້ປະສານກັບເຈົ້າໜ້າທີ່ຕາມດ່ານສາກົນເພື່ອຫຼີກລ່ຽງການເຂົ້າປະເທດໂດຍບໍ່ຜ່ານດ່ານເຊິ່ງເປັນສາຍເຫດຂອງການແຜ່ເຊື້ອໄປສູ່ວົງກວ້າງ, ດ້ານການສັກຢາວັກຊິນເພື່ອຄວບຄຸມເຊື້ອໂຄວິດ -19 ທາງຄະນະສະເພາະກິດຂັ້ນແຂວງກໍ່ໄດ້ເລັ່ງໃສ່ເປົ້າໝາຍທໍາອິດທີ່ມີຄວາມສ່ຽງເປັນຕົ້ນແມ່ນເຈົ້າໜ້າທີ່ຕາມດ່ານສາກົນ , ແພດໝໍ , ຜູ້ປິ່ນປົວທີ່ຮັກສາຕົວຢູ່ສູນກັກກັນ , ຈາກນັ້ນແມ່ນການນໍາ , ພະນັກງານ, ທະຫານ ແລະ ຕໍາຫຼວດ. ໂດຍສະເພາະການສັກຢາວັກຊິນຊີໂນຟາມຢູ່ແຂວງຄໍາມ່ວນມີຈໍານວນ 2 ຊຸດຄື ຊຸດທີ 1 ສາມາດສັກໄດ້ 2 ຄັ້ງໆລະ 6.800 ໂດດ ເທົ່າກັບ 13.600 ໂດດ , ສ່ວນຊຸດທີ 2 ສາມາດສັກໄດ້ 2 ຄັ້ງໆລະ 5.000 ໂດດ ເທົ່າກັບ 10.000 ໂດດ . ສ່ວນວ່າຢາວັກຊິນແອດຕຣາຊີລີກາຈາກປະເທດອັງກິດມີຈໍານວນ 6.000 ໂດດ. ໃນນັ້ນ, ແບ່ງໃຫ້ບໍລິສັດ ນໍ້າເທີນ 2 ຈໍານວນ 1.000 ໂດດ ແລະ ແຂວງຄໍາມ່ວນຈໍານວນ 5.000 ໂດດ. ຜ່ານການສັກຢາວັກຊິນໃນໄລຍະ 2 ຊຸດ ຜູ້ທີ່ໄດ້ຮັບການສັກຢາແມ່ນມີອາການສົນພຽງເລັກໜ້ອຍ ແລະ ບໍ່ມີການເສຍຊີວິດ. ທ່ານເຈົ້າແຂວງໆຄໍາມ່ວນກໍໄດ້ຝາກຄວາມຢ້ຽມຢາມຖາມຂ່າວເຖິງພະນັກງານແພດໝໍຜ່ານທາງການນໍາຂອງພະແນກສາທາລະນະສຸກ ແລະ ໂຮງໝໍແຂວງ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈພະນັກງານແພດໝໍໝົດທຸກຄົນທີ່ໄດ້ທຸມເທສະຕິປັນຍາ , ເຫື່ອແຮງ ແລະ ມີຄວາມຮັບຜິດຊອບສູງຕໍ່ພາລະກິດລວມຂອງຊາດກໍຄືວຽກງານປ້ອງກັນ , ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍວົງກວ້າງອອກໄປສູ່ເຂດອື່ນ ເຊິ່ງຈະສົ່ງຜົນເສຍຫາຍໜັກໜ່ວງຕໍ່ເສດຖະກິດ - ສັງຄົມຂອງແຂວງ .ໃນໂກອາດມາເຄື່ອນໄຫວຕິດຕາມສູນກັກກັນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທ່ານ ວັນໄຊ ພອງສະຫວັນ ພ້ອມດ້ວຍຄະນະ ກໍໄດ້ມອບເງິນຈໍານວນ 20 ລ້ານກີບໃຫ້ແກ່ໂຮງໝໍແຂວງຄໍາມ່ວນ. ນອກຈາກນັ້ນ, ຍັງມີທ່ານ ນາງ ຫງຽນ ທິ ເລ ສຸກ ປະທານ ບໍລິສັດ ເລສຸກ ການຄ້າ ແລະ ຂົນສົ່ງ ຈໍາກັດໄດ້ມອບເງິນປະກອບສ່ວນຈໍານວນ 5 ລ້ານກີບໃຫ້ແກ່ໂຮງໝໍແຂວງຄໍາມ່ວນເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ , ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຕື່ມອີກ. ຂ່າວ-ພາບ : ແດງສະຫວັດ ແສນພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ