ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນມອບເຄື່ອງ ແລະ ເງິນ ສະໜັບສະໜູນລັດຖະບານ ໃນການຕ້ານໂຄວິດ-19
ເວລາອອກຂ່າວ: 2021-05-05 14:06:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:



ໃນວັນທີ 5 ພຶດສະພາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍສະໜັບສະໜູນຈາກພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ລວມມູນຄ່າ 10 ຕື້ກວ່າກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ມີຄະນະສະເພາະກິດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນການສະໜັບສະໜູນໃນຄັ້ງນີ້, ປະກອບມີ 7 ພາກສ່ວນ ຄື: ທ່ານ ວັງ ຊຸນຄາຍ ມອບເງິນຈຳນວນ 3 ຕື້ກີບ, ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບຜ້າອັດປາກ-ດັງ ຈຳນວນ 2 ແສນອັນ ລວມມູນຄ່າ 88.000 ໂດລາສະຫະລັດ ຫລື ປະມານ 827 ລ້ານກວ່າກີບ, ສະພາການຄ້າຟູຈ້ຽນ ປະຈຳ ສປປ ລາວ ມອບເງິນຈຳນວນ 116 ລ້ານກີບ, ບໍລິສັດສະໄກ ຂຸດຄົ້ນບໍ່ແຮ່ ມອບເງິນ ຈຳນວນ 100 ລ້ານກີບ, ບໍລິສັດສະຫວັນວາລີ ການຄ້າຂາອອກ-ຂາເຂົ້າຈຳກັດ ມອບເງິນຈຳນວນ 100 ລ້ານກີບ, ບໍລິ ສັດຊີສເມຕິກໂຊລູຊັນ ມອບເງິນຈຳນວນ 1 ຕື້ກີບ ແລະ ບໍລິສັດສະຕາໂທລະຄົມ ມອບອຸປະກອນ, ຄ່າໂທລະສັບ, ດາຕ້າອິນເຕີເນັດ ແລະ ເງິນສົດ ລວມມູນຄ່າ 5 ຕື້ກີບ. ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນ ດາພາກສ່ວນຕ່າງໆ ຕະຫລອດຮອດພະນັກງານຂອງບັນດາພາກສ່ວນ ທີ່ໄດ້ປະກອບສ່ວນມອບອຸປະກອນ ແລະ ເງິນຊ່ວຍເຫລືອ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ການປະກອບສ່ວນດັ່ງກ່າວ, ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສະພາບການໃນປັດຈຸບັນ, ຊຶ່ງໄດ້ສະແດງເຖິງຫົວຄິດປະດິດສ້າງ ຮູ້ໝູນໃຊ້ທ່າແຮງ ທີ່ຕິດພັນກັບໜ້າທີ່ການເມືອງຂອງການຈັດຕັ້ງຕົນ ປະກອບສ່ວນເຂົ້າໃນການປະຕິບັດພາລະກິດລວມຂອງປະເທດຊາດ ໃຫ້ເກີດປະໂຫຍດສູງສຸດ, ທັງສະແດງເຖິງຄວາມເສຍສະຫລະ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີເປັນເອກະພາບ, ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫລວງ ໃຫ້ແກ່ພັກ-ລັດ ແລະ ປວງຊົນລາວທັງຊາດໂດຍສະ ເພາະພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທຸກຄົນ ທີ່ພວມປະຕິບັດໜ້າທີ່ ຕ້ານການແຜ່ລະບາດຂອງພະ ຍາດໂຄວິດ-19 ຢູ່ໃນທົ່ວປະເທດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງຊ່ວຍເຫລືອ ແລະ ເງິນດັ່ງກ່າວ ໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໂດຍສະເໜີໃຫ້ບັນດາພາກສ່ວນທີ່ໄດ້ມອບການຊ່ວຍເຫລືອໃນຄັ້ງນີ້ ຈົ່ງພ້ອມກັນຕິດຕາມ ແລະ ຊຸກຍູ້ການນຳໃຊ້ເຄື່ອງ ແລະ ເງິນດັ່ງກ່າວ ໃຫ້ມີຄວາມໂປ່ງໃສ, ໄປຮອດໄປເຖິງເປົ້າໝາຍ, ສອດຄ່ອງກັບເນື້ອໃນຈິດໃຈ ຂອງການຊ່ວຍເຫລືອຢ່າງແທ້ຈິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ