ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍບໍລິສັດໃຫ້ການຊຸກຍູ້ກອງພົນທີ 5
ເວລາອອກຂ່າວ: 2021-05-04 14:27:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 752 | ຄວາມນິຍົມ:



ໃນວັນທີ 30 ເມສາ 2021 ນີ້, ບໍລິສັດ ວົງວິໄລ ຈະເລີນກໍ່ສ້າງ ຈຳກັດ, ບໍລິສັດ ໄລວັນ ກໍ່ສ້າງຂົວທາງ ຈຳກັດ ແລະ ບໍລິສັດ ລາວເທບ ຈະເລີນປະກັນໄພ ເຊີ່ງນຳໂດຍທ່ານ ບຸນຍະເດດ ຫົວໜ້າພະແນກອຸດສາຫະກຳການຄ້າ ແຂວງຈຳປາສັກ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ກອງພົນທີ 5 ໂດຍການຕ້ອນຮັບຂອງທ່ານ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທີ 5, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນຍະເດດ ກ່າວວ່າ: ເຄື່ອງອຸປະໂພກ-ບໍລິໂພກນຳມາມອບໃຫ້ຄັ້ງນີ້ລວມມີ: ນ້ຳດື່ມ, ຜ້າອັດປາກ, ເຈວລ້າງມື, ໜີ່ສໍາເລັດຮູບ ແລະ ເຕົ້ານ້ຳຮ້ອນ ລວມມູນຄ່າ 4 ລ້ານກວ່າກີບ ທັງນີ້ກໍເພື່ອປະກອບສ່ວນຊຸກຍູ້ຊ່ວຍເຫຼືອ ແລະ ໃຫ້ກໍາລັງໃຈ ນາຍ ແລະ ພົນທະຫານກອງພົນທີ 5 ທີ່ພ້ອມປະຕິບັດໜ້າທີ່ຢູ່ຕາມຂອດເຂດຄວາມຮັບຜິດຂອງຕົນໃນການປ້ອງກັນຮັກສາຄວາມສະຫງົບກໍຄືການປະຕິບັດມາດຕະການຕ້ານ ແລະ ກະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວີດ 19 ທີ່ກຳລັງແຜ່ລະບາດຢູ່ໃນປັດຈຸບັນ. ທ່ານ ພັນເອກ ຂັນທີ ສະນາມອຸ່ນ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຫົວໜ້າພະແນກອຸດສາຫະກຳການຄ້າ ແຂວງຈຳປາສັກ ແລະ ບັນດາບໍລິສັດ ທີ່ໄດ້ນຳເອົາຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ໃນຄັ້ງນີ້ ເຊີ່ງໃນໄລຍະຜ່ານມາບັນດາບໍລິສັດດັ່ງກ່າວກໍໄດ້ໃຫ້ການຊ່ວຍເຫຼືອແກ່ກອງພົນທີ 5. ຂ່າວ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ