ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບ ໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-04 13:48:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ວັນທີ 4ພຶດສະພາ 2021, ທີ່ສະໜາມຍິງປືນກອງທັບໄດ້ຈັດພິທີມອບ-ຮັບໂຮງໝໍພາກສະໜາມເພື່ອຮອງຮັບຜູ້ທີ່ຕິດເຊື້ອພະໂຄວິດ-19 ສາຍພັນໃໝ່ ເຂົ້າຮ່ວມພິທີໂດຍສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຄະນະສະເພາະກິດ, ຫົວໜ້າກອງເລຂາຄະນະສະເພາະກິດກະຊວງປ້ອງກັນປະເທດ, ມີຫົວໜ້າກົມເສນາຮັກ, ກົມກໍ່ສ້າງຮາກຖານ, ຄະນະຮັບຜິດຊອບໂຮງໝໍພາກສະໜາມ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ໜ່ວຍງານກໍ່ສ້າງສ້ອມແປງຂອງກົມກໍ່ສ້າງຄຸ້ມຄອງ-ຊັບສິນກົມໃຫຍ່ພະລາທິການກອງທັບໄດ້ລາຍງານກ່ຽວກັບການກະກຽມສ້າງໂຮງໝໍພາກສະໜາມເພື່ອຮອງຜູ້ຕິດເຊື້ອພະຍາດໂຄວິດ-19, ວຽກງານກະກຽມສ້າງໂຮງໝໍພາກສະໜາມໄດ້ເລີ່ມຕົ້ນປະຕິບັດແຕ່ວັນທີ 26 ເມສາ 2021 ຈົນມາຮອດ ວັນທີ 3 ພຶດສະພາ 2021 ຈຶ່ງສໍາເລັດ ເຊີ່ງໂຮງໝໍພາກສະໜາມຫຼັກ 27 ມີຕຽງນອນສໍາລັບຜູ້ຕິດເຊື້ອທັງໝົດ 300 ໜ່ວຍ, ມີຫ້ອງປະຕິບັດງານຂອງແພດຈໍານວນ 11 ຫ້ອງ ປະກອບຕຽງນອນຈໍານວນ 15 ໜ່ວຍ. ພາຍໃນອາຄານໄດ້ຕິດຕັ້ງເຄື່ອງປັບອາກາດ, ຜ້າກັ້ງ, ປະຕູແກ້ວເພື່ອຂັ້ນຫ້ອງຕາມຫຼັກການວິຊາສະເພາະແພດໝໍ. ນອກນັ້ນ, ຍັງມີຫ້ອງອົບຂ້າເຊື້ອ-ຊັກລີດ ແລະ ອື່ນໆທີ່ຈໍາເປັນ. ໂດຍ: ສາຍເພັດ ທໍາມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ