ທະຫານແຂວງບໍ່ແກ້ວມອບເງິນ 5 ລ້ານກີບໃຫ້ໂຮງໝໍແຂວງນໍາໃຊ້ເຂົ້າໃນການຕ້ານພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-04 11:32:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1583 | ຄວາມນິຍົມ:
ເພື່ອເປັນການປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ ມີປະສິດທິຜົນນັ້ນ, ໃນວັນທີ 3 ພຶດສະພາ 2021 ນີ້, ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະໄດ້ນໍາເອົາເງິນສົດ ຈໍານວນ 5.000.000 ກີບ ໄປມອບໃຫ້ໂຮງມໍແຂວງບໍ່ແກ້ວ ເພື່ອນໍາໃຊ້ເຂົ້າໃນວຽກງານປິ່ນປົວ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການກ່າວຮັບຂອງ ສະຫາຍ ດຣ ຄຳສິນ ພົມມະຫານ ຜູ້ອຳນວນການໂຮງໝໍແຂວງ ພ້ອມດ້ວຍຄະນະ ຕະຫຼອດຮອດ ພະນັກງານ-ແພດໝໍເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ດຣ ຄຳສິນ ພົມມະຫານ ກໍ່ໄດ້ກ່າວແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ຕະຫຼອດຮອດພະນັກງານ-ນັກຮົບທົ່ວທະຫານແຂວງ, ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງໂຮງໝໍ ກໍ່ຄືພະນັກງານ-ແພດໝໍຂອງພວກເຮົາ ທັງເປັນການໃຫ້ກຳລັງໃຈແກ່ນັກຮົບເສື້ອຂາວພວກເຮົາ ທີ່ພວມປະຕິບັດໜ້າທີ່ປິ່ນປົວຄົນເຈັບທີ່ຕິດເຊື້ອ ແລະ ສະກັດກັ້ນ-ປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງລະບາດເປັນວົງກວ້າງໃນປະເທດເຮົາ ເວົ້າລວມ, ເວົ້າສະເພາະພາຍໃນແຂວງບໍ່ແກ້ວໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.
ໂດຍ: ວໍລະສິດ ພິດສະຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ