ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານສະພາແຫ່ງຊາດ ຕິດຕາມການຕ້ານພະຍາດໂຄວິດ-19 ຢູ່ເມືອງສັງທອງ
ເວລາອອກຂ່າວ: 2021-05-03 15:27:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 193 | ຄວາມນິຍົມ:



(ສພຊ) ເພື່ອຕິດຕາມກວດກາສະພາບການແຜ່ລະບາດ, ການສະກັດກັ້ນ, ຄວບຄຸມ ແລະ ການກຽມຄວາມພ້ອມຮອບດ້ານເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 (COVID-19), ວັນທີ 1 ພຶດສະພາ 2021 ທີ່ຫ້ອງການປົກຄອງເມືອງສັງທອງ ນະຄອນຫລວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ສົມທົບກັບສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເຄື່ອນໄຫວເຮັດວຽກຢູ່ເມືອງສັງທອງ. ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງໆສັງທອງ ໄດ້ລາຍງານກ່ຽວກັບສະພາບຄວາມສະດວກ, ຫຍຸ້ງຍາກໃນການຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ເຊິ່ງໄດ້ແຈ້ງໃຫ້ຊາບວ່າ: ເມືອງສັງທອງ ປະກອບດ້ວຍ 35 ບ້ານ, ມີພົນລະເມືອງທັງໝົດ 32 ພັນກວ່າຄົນ, ມີເຂດແດນຕິດກັບເມືອງໝື່ນ, ເມືອງເຟືອງ ແລະ ເມືອງໂພນໂຮງ ແຂວງວຽງຈັນ, ມີເສັ້ນທາງຫລວງແຫ່ງຊາດເລກທີ 11 ແລະ ມີຊາຍແດນຕິດກັບເມືອງສັງຄົມ ແຂວງໜອງຄາຍ ປະເທດໄທ ໂດຍມີແມ່ນໍ້າຂອງເປັນເຂດຊາຍແດນ; ມີບັນດາບ້ານລຽບຕາມແຄມແມ່ນໍ້າຂອງ 13 ບ້ານ; ການດໍາລົງຊີວິດຂອງປະຊາຊົນສ່ວນຫລາຍແມ່ນຊາວກະສິກອນ ປູກຝັງ-ລ້ຽງສັດ, ນອກນັ້ນແມ່ນຊາວຄ້າຂາຍ, ກໍາມະກອນ ແລະ ອີກຈໍານວນໜຶ່ງໃນບັນດາບ້ານທີ່ລຽບຕາມແມ່ນໍ້າຂອງແມ່ນໄປອອກແຮງງານຢູ່ປະເທດໄທ; ໃນໄລຍະຜ່ານມາ ອົງຄະນະພັກ, ອົງການປົກຄອງເມືອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແຈ້ງການ ຂອງສໍານັກງານນາຍົກລັດຖະມົນຕີ, ແຈ້ງການແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນນະຄອນຫລວງ ມາຜັນຂະຫາຍເປັນຂອງຂັ້ນເມືອງ ເພື່ອໃຫ້ບັນດາຂະແໜງການ ແລະ ບ້ານພາຍໃນເມືອງສັງທອງ ໄດ້ນໍາໄປຈັດຕັ້ງ ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຢ່າງກວ້າງຂວາງ-ເລິກເຊິ່ງ; ໄດ້ຂຶ້ນທະບຽນເຮືອຫາງຍາວ ແລະ ເຮືອທີ່ປະຊາຊົນນໍາໃຊ້ ເຊິ່ງລວມມີ 476 ລໍາ; ໄດ້ຕັ້ງດ່ານຈຸດກວດເຂົ້າ-ອອກເມືອງ 4 ຈຸດ ຄື: ຈຸດກວດບ້ານສໍາພັນນາ, ຈຸດກວດບ້ານປາກສັງ, ຈຸດກວດບ້ານກົ້ວ ແລະ ຈຸດກວດບ້ານໄຮ່ເໜືອ; ໄດ້ກະກຽມ ສູນກັກຕົວ ແລະ ຕິດຕາມອາການ ຖ້າຫາກມີກໍລະນີຕິດເຊື້ອ, ແຕ່ປະຈຸບັນຍັງບໍ່ທັນມີກໍລະນີຕິດເຊື້ອຢູ່ເມືອງສັງທອງ; ໄດ້ຮັບວັກຊີນປ້ອງກັນພະຍາດ ໂຄວິດ-19 ແລ້ວ 2.700 ໂດດ, ໄດ້ສັກໃຫ້ເປົ້າໝາຍທີ່ມີຄວາມສ່ຽງເຊັ່ນ: ພະນັກງານແພດໝໍ, ທະຫານ-ຕໍາຫລວດ, ຄະນະສະເພາະກິດ, ການຈັດຕັ້ງບ້ານທີ່ລຽບຕາມແມ່ນໍ້າຂອງ ແລະ ປະຊາຊົນໃນກຸ່ມສ່ຽງຈໍານວນໜຶ່ງ ແລະ ຍັງຈະສືບຕໍ່ສັກໃຫ້ປະຊາຊົນອີກຕໍ່ໄປ. ທ່ານເຈົ້າເມືອງຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບບາງບັນຫາຫຍຸ້ງຍາກຈໍານວນໜຶ່ງ ເຊັ່ນ: ງົບປະມານ, ພາຫະນະຮັບໃຊ້ຍັງຈໍາກັດ ໃນການອອກສາລະເວ ຂອງເຈົ້າໜ້າທີ່ ແລະ ນໍາສົ່ງກໍລະນີສົງໄສໄປສູນກັກຕົວຫລັກ 27 ນະຄອນຫລວງວຽງຈັນ; ການເຂົ້າຮ່ວມ ການສັກຢາວັກຊີນ ຂອງຄະນະກໍາມະການ ແລະ ປະຊາຊົນ ທີ່ຢູ່ໃນເປົ້າໝາຍ ແມ່ນຍັງບໍ່ທັນມາຄົບຕາມຈໍານວນ ທີ່ໄດ້ລະບຸໄວ້. ທ່ານປະທານສະພາແຫ່ງຊາດໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ສຶກສາອົບຮົມປະຊາຊົນໃຫ້ມີສ່ວນຮ່ວມ ໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ໃຫ້ມີສະຕິລະວັງຕົວສູງ ໂດຍສະເພາະການນໍາເມືອງ, ສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ ຕ້ອງໄດ້ເປັນແບບຢ່າງ ໃນການຮັກສາໄລຍະຫ່າງທາງສັງຄົມ, ການໃສ່ຜ້າອັດປາກອັດດັງ; ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ມາດຕະການປິດເມືອງ, ແຕ່ກໍໃຫ້ປະຊາມີການຄ້າຂາຍ ໄປທໍາການຜະລິດ ພາຍໃຕ້ການຄວບຄຸມດູແລ ຂອງເຈົ້າໜ້າທີ່ສະເພາະກິດ; ປະສານສົບທົບກັບອໍານາດການປົກຄອງທ້ອງຖິ່ນຂອງປະເທດເພື່ອນບ້ານ ເພື່ອພ້ອມກັນສະກັດກັ້ນການຂ້າມໄປມາລະຫວ່າງຊາຍແດນຊະຊາຍ ຜິດກົດໝາຍ ໂດຍທີ່ບໍ່ມີການກັກຕົວ 14 ວັນ. ພ້ອມນັ້ນ ຄະນະ ຍັງໄດ້ໄປຢ້ຽມຍາມສະຖານທີ່ກະກຽມຮອງຮັບການກັກຕົວ ຖ້າຫາກມີກໍລະນີຕິດເຊື້ອ, ເຊິ່ງໄດ້ກະກຽມເອົາ ໂຮງຮຽມມັດທະຍົມສົມບູນປາກຕອນ ເປັນສະຖານທີ່ກັກຕົວ. ໃນໂອກາດດັ່ງກ່າວ ຄະນະ ໄດ້ມອບເຄື່ອງຊ່ວຍເຫລືອ ເຊິ່ງປະກອບມີ ຜ້າອັດປາກ ແລະ ຢາຫຼຸດໄຂ້-ບັນເທົາປວດ ຈໍານວນໜຶ່ງ, ຕາງໜ້າມອບໂດຍ ທ່ານ ນາງ ທຸມມະລີ ວົງພະຈັນ ປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ແລະ ຕາງໜ້າຮັບໂດຍທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງເມືອງສັງທອງ. ໂດຍ: ບຸນເກີດ ວົງໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ