ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖາບັນອະນາໄມກັນພະຍາດກອງທັບສືບຕໍ່ພົ່ນຢາຂ້າເຊຶ້ອຢູ່ກົມກອງເປົ້າໝາຍ
ເວລາອອກຂ່າວ: 2021-05-03 15:27:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ:



ໃນລະຫວ່າງທ້າຍເດຶອນເມສາ ຫາຕົ້ນເດຶອນ ພຶດສະພາ 2021 ນີ້, ຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 (Covid 19) ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບໄດ້ສືບຕໍ່ຈັດຕັ້ງຈຸທີມງານວິຊາການລົງເຄຶ່ອນໄຫວພົ່ນຢາຂ້າເຊື້ອພະຍາດ ໂຄວິດ-19 ຢູ່ບັນດາກົມກອງທີ່ນອນຢູ່ໃນເປົ້າໝາຍຄວາມສ່ຽງຕໍ່ການຕິດເຊື້ອ ແລະ ມີຜູ້ທີ່ຕິດເຊື້ອອາໄສຢູ່. ບັນດາກົມກອງ, ສະຖານທີ່ທີ່ທາງທີມງານວິຊາການໄດ້ລົງເຄຶ່ອນໄຫວພົ່ນຢາຂ້າເຊື້ອມີ: ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ບໍລິສັດ 20 ມັງກອນ, ກອງສິລະປະກອນກອງທັບ, ກອງບັນນາທິການໂທລະພາບກອງທັບ ແລະ ໂຮງໝໍສູນກາງ 103 ກອງທັບ, ເຊິ່ງທາງທີມງານວິຊາການໄດ້ພົ່ນຕາມບໍລິເວນຄວາມສ່ຽງທີ່ເປັນສະຖານທີ່ອາຄານຫ້ອງການ, ບ່ອນພັກຜ່ອນ, ຫ້ອງນອນ, ຫ້ອງຄົວກິນ, ຫ້ອງນໍ້າ, ຮາວຂັ້ນໄດ, ລູກບິດ, ຫ້ອງເຮັດວຽກຂອງແພດໝໍ, ຫ້ອງນອນປິ່ນປົວຄົນເຈັບ, ຫ້ອງເກັບເຄຶ່ອງ ແລະ ຍັງໄດ້ແນະນໍາໃຫ້ຄວາມຮູ້ພື້ນຖານກ່ຽວກັບວິທີການປ້ອງກັນຄວບຄຸມ, ແກ້ໄຂພະຍາດ ໂຄວິດ-19 ອີກດ້ວຍ, ເຊິ່ງທາງທີມງານໄດ້ພົ່ນເນື້ອທີ່ລວມທັງໝົດ 7.572 ຕາແມັດ, ໃຊ້ນໍ້າຢາຄຣໍລີນທັງໝົດ 175 ລິດ, ນໍ້າເຫຼົ້າ 90 ອົງສາເຊ 28 ລິດ. ນອກຈາກນີ້ແລ້ວທາງທີມງານນັກວິຊາການປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ສະຖາບັນອະນາໄມກັນພະຍາດກອງທັບຍັງຈະໄດ້ສືບຕໍ່ກຽມຄວາມພ້ອມປະຕິບັດຕາມແຜນການເຄຶ່ອນໄຫວຢູ່ບັນດາກົມກອງ, ສະຖານທີ່ທີ່ມີເປົ້າໝາຍຄວາມສ່ຽງຕາມການຊີ້ນໍາ ແລະ ມອບໝາຍຂອງຄະຄະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ- 19 ຂອງກະຊວງປ້ອງກັນປະເທດ, ທັງນີ້ກໍເພື່ອເປັນການພົ່ນຢາຂ້າເຊື້ອພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມໄປສູ່ວົງກວ້າງ, ເປັນການປ້ອງກັນ ແລະ ສ້າງພູມຄຸ້ມກັນເຮັດໃຫ້ສຸຂະພາບບັນດານາຍ ແລະ ພົນທະຫານໃນຖັນແຖວກອງທັບໄດ້ມີສຸຂະພາບແຂງແຮງສົມບູນ, ກຽມພ້ອມເຮັດສໍາເລັດໜ້າທີ່ການເມຶອງທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້. ໂດຍ. ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ