ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສາມບໍລິສັດ ມອບເຮືອພ້ອມຈັກ ໃຫ້ກອງຮ້ອຍທະຫານຊາຍແດນ 242
ເວລາອອກຂ່າວ: 2021-05-03 12:12:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ໃນວັນທີ 1 ພຶດສະພາ 2021 ນີ້, ສາມບໍລິສັດ ໄດ້ມອບເຮືອພ້ອມຈັກເຮືອ ຈໍານວນ 3 ຊຸດ ມອບໃຫ້ກອງຮ້ອຍທະຫານຊາຍແດນ 242 ທະຫານນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ພັນໂທ ບຸນລິດ ສີສຸພອນ ຫົວໜ້າຫ້ອງເສນາທິການ ທະຫານນະຄອນຫຼວງວຽງຈັນ ພ້ອມພະແນກການກ່ຽວຂ້ອງ ແລະ ມີບັນດາບໍລິສັດ ພ້ອມຄະນະ ເຂົ້າຮ່ວມເປັນສັກຂີພິຍານ. ໃນນັ້ນ ບໍລິສັດ ອີຊູຊຸ ມອບເຮືອ 01 ລຳໃນມູນຄ່າ 7.000.000 ກີບ , ບໍລິສັດ ໂກ້ຈະເລີນຊັບ ກໍ່ສ້າງຄົບວົງຈອນ ມອບຈັກເຮືອ ມູນຄ່າ 8.000.000 ກີບ ແລະ ບໍລິສັດ ດີຄອມປານີ ມອບເຮືອພ້ອມຈັກ ພ້ອມເສື້ອຊູຊີບ 6 ຜືນ ແລະ ໝວກ ຈຳນວນ 50 ໜ່ວຍ ມູນຄ່າ 15.000.000 ກີບ. ກ່າວມອບ ຕາງໜ້າໃຫ້ບໍລິສັດໂດຍ ທ່ານ ດາລາສິນ ສຸດທິພົງ ຫົວໜ້າຈິດອາສາ ບີບີ ໂອໂຕ້ຊ໋ອບ ໄດ້ກ່າວຮູ້ສຶກພາກພູມໃຈເປັນຢ່າງຍີ່ງທີ່ໄດ້ຕາງໜ້າໃຫ້ກັບບໍລິສັດຕ່າງໆ ນຳເອົາເຄື່ອງດັ່ງກ່າວມາມອບໃຫ້ກອງຮ້ອຍ ທະຫານຊາຍແດນ 242 ແລະ ມີສ່ວນຮ່ວມໃນການປະກອບສ່ວນຊຸກຍູ້ ທ່າແຮງຂອງອ້າຍນ້ອງ ທະຫານໃນການປະຕິບັດໜ້າທີ່ ກວດກາລາດຕະເວນ ລຽບຕາມຊາຍແດນແມ່ນໍ້າຂອງ ເພື່ອຕ້ານການລັກລອບເຂົ້າມາຂອງກຸ່ມຄົນບໍ່ຫວັງດີ ທີ່ນໍາເອົາເຊື້ອພະຍາດເຂົ້າມາແຜ່ລະບາດໃນປະເທດເຮົາ ໃຫ້ມີຄວາມສະດວກວ່ອງໄວຍິ່ງຂຶ້ນ. ກ່າວຮັບເຮືອພ້ອມຈັກໂດຍ ສະຫາຍ ພັນຕີ ສອນວິໄລ ວິໄຊສອນ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 242 ທະຫານນະຄອນຫຼວງວຽງຈັນ ເຊິ່ງສະຫາຍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງ ບັນດາບໍລິສັດ ທີ່ເຫັນໄດ້ຄວາມສຳຄັນຂອງກຳລັງປະກອບອາວຸດ ເວົ້າລວມ-ເວົ້າສະເພາະ ກໍຄືກຳລັງອ້າຍນ້ອງທະຫານຊາຍແດນຂອງພວກເຮົາ ທີ່ກຳລັງປະຕິບັດໜ້າທີ່ໃນຂອບເຂດຊາຍແດນຮັບຜິດຊອບ ທັງເປັນການອຳນວຍຄວາມສະດວກ ວ່ອງໄວ ເພື່ອຕ້ານ ແລະ ສະກັດກັ້ນອັດປ່ອງຂ້າມລອຍຂອງພວກກຸ່ມຄົນບໍ່ຫວັງດີ ທີ່ຈະເລັດລອດຂ້າມຝັ່ງທີ່ຜິດກົດໝາຍ ທັງເປັນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃນເຂດຊາຍແດນໃຫ້ໝົດໄປ ພ້ອມນີ້ກໍຈະນໍາໃຊ້ເຮືອດັ່ງກ່າວເຂົ້າໃນໜ້າທີ່ວຽກງານ ຂອງກົມກອງ ພ້ອມປົກປັກຮັກສາໃຫ້ນຳໃຊ້ໄດ້ ໃນສະເພາະໜ້າ ແລະ ຍາວນານ. ໂດຍ: ສຸລິຍາ ນັກຂ່າວ ທະຫານ ນວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ