ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍພາກສ່ວນມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-05-03 12:03:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ:



ໃນອາທິດຜ່ານມານີ້, ໄດ້ມີຫຼາຍພາກສ່ວນອຸປະຖຳເຄື່ອງອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ໂຮງໝໍສູນກາງ 103 ກອງທັບ ເພື່ອນຳໃຊ້ເຂົ້າໃນວຽກງານປິ່ນປົວຜູ້ຕິດເຊື້ອໂຄວິດ-19, ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ຢູ່ໂຮງໝໍດັ່ງກ່າວ. ເຄື່ອງທີ່ນໍາມາມອບຄັ້ງນີ້ປະກອບມີ: ຮ້ານຊຸບເປີມາເກັດ ເມກາໂຄ ມອບ ນ້ຳດື່ມ, ກາເຟ, ນົມ ແລະ ເຂົ້າໜົມ ລວມມູນຄ່າ 5.000.000 ກີບ, ທ່ານ ນາງມະລີທອງ ພ້ອມຄອບຄົວຍາດພີ່ນ້ອງມອບນ້ຳຢາລ້າງມື, ຜ້າອັດປາກ-ດັງ, ນ້ຳດື່ມ ແລະ ອາຫານແຫ້ງ ລວມມູນຄ່ 6.810.000 ກີບ, ສວນອາຫານ ມັງກອນທອງ ມອບນ້ຳດື່ມລວມມູນຄ່າ 3.600.000 ກີບ, ຮ້ານກາເຟ ສາຍລົມເຢັນ ມອບເຂົ້າກ່ອງ, ກາເຟ ແລະ ນ້ຳດື່ມ ລວມມູນຄ່າ 3.500.000 ກີບ, ທະນາຄານຮ່ວມພັດທະນາ ມອບນ້ຳດື່ມ ລວມມູນຄ່າ 3.000.000 ກີບ, ທ່ານ ຖາວອນ ອາດສະໝຸດ ປະທານກຸ່ມບໍລິສັດລ່ອງແຈ້ງ ມອບນ້ຳດື່ມລວມມມູນຄ່າ 2.300.000 ກີບ, ບໍລິສັດ ແສງເພັດກໍ່ສ້າງ ຂົວທາງເກັບກູ້ລະເບີດ ມອບໜາກພ້າວສົດຈຳນວນ 200 ໜ່ວຍ ລວມມູນຄ່າ 2.000.000 ກີບ,ອະດີດນັກສຶກສາ ໂຮງຮຽນຟ້າງຸ່ມ ວຽງຈັນ ຮຸ່ນ 1980-1981 ມອບນ້ຳດື່ມລວມມູນຄ່າ 1.500.000 ກີບ, ບໍລິສັດ ລາວເດີມ ແລະ ເຮືອນພັກສຸພັດຕາ ມອບນໍ້າດື່ມ ແລະ ອາຫານ ລວມມູນຄ່າ 1.300.000 ກີບ, ຮ້ານຄົວລູກສາມ ມອບເຂົ້າກ່ອງໄກ່ທອດ ລວມມູນຄ່າ 1.200.000 ກີບ, ຮ້ານຄົວດີເຈມອບເຂົ້າກ່ອງ ລວມມູນຄ່າ 600.000 ກີບ, ຮ້ານເຟີປະລິນຍາ ອຸປະຖໍາເຝີ ລວມມູນຄ່າ 1.200.000 ກີບ. ທັງນີ້ ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຮຽກຮ້ອງຕ້ອງການອັນຈໍາເປັນຮີບດ່ວນເພື່ອຊຸກຍູ້ ແລະຊ່ວຍເຫຼືອພະນັກງານແພດໝໍທີ່ກຳລັງປະຕິບັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19, ໜ່ວຍງານຕ້ານ ແລະ ສະກັດກັ້ນການຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນໂຮງໝໍສູນກາງ 103 ກອງທັບ, ສະນັ້ນ ຈຶ່ງເກີດມີຈິດໃຈເອື້ອເຟື້ອເພື່ອແຜ່ຈາກພາກສ່ວນຕ່າງໆ ແລະ ໄດ້ສະຫຼະວັດຖຸປັດໄຈເຂົ້າມາອຸປະຖຳຊ່ວຍເຫຼືອທາງດ້ານວັດຖຸອຸປະກອນການແພດ, ເຄື່ອງອຸປະໂພກ ແລະ ເຄື່ອງບໍລິໂພກ ເພື່ອເປັນການຊຸກຍູ້ກຳລັງໃຈໃຫ້ແກ່ພະນັກງານ ແພດໝໍທຸກຄົນທີ່ກຳລັງປະຕິບັດໜ້າທີ່ໃນເວລານີ້. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ດຣ ຄຳແພງ ພູມມາແກ້ວ ໄດ້ຕາງໜ້າຄະນະພັກ-ຄະນະອຳນວຍການ, ຕາງໜ້າໜ່ວຍງານສະເພາະກິດ ແລະ ພະນັກງານແພດໝໍພາຍໃນໂຮງໝໍສູນກາງ 103 ກອງທັບ ກ່າວສະແດງຄວາມຂອບໃຈຢ່າງສູງນຳແຕ່ລະພາກສ່ວນ ທີ່ໄດ້ແບ່ງປັນນ້ຳໃຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງມັນສະແດງເຖິງຄວາມເສຍສະຫຼະ ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີ ທັງເປັນກຳລັງໃຈໃຫ້ແກ່ພະນັກງານແພດໝໍທຸກຄົນ ທີ່ກຳລັງເຮັດໜ້າທີ່. ສະຫາຍ ໄດ້ອວຍພອນໄຊແດ່ບັນດາທ່ານພ້ອມຄະນະທີ່ຕາງໜ້າແຕ່ລະພາກສ່ວນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຄວາມຈະເລີນກ້າວໜ້າ. ສຳລັບເຄື່ອງ ທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ແຈກຢາຍໃຫ້ກໍາລັງແພດໝໍທີ່ປະຕິບັດໜ້າທີ່ ແລະ ຄົນເຈັບທີ່ກໍາລັງນອນປິ່ນປົວພະຍາດຢູ່ໃນໂຮງໝໍສູນກາງ 103 ກອງທັບ ຢ່າງທົ່ວເຖິງ ຕາມວັດຖຸປະສົງຂອງຜູ້ມາອຸປະຖຳໃນຄັ້ງນີ້. ໂດຍ: ສີຈັນ ເພັດວິໄຊ ພາບ: ເລີດວິໄລ ວົງຈຳປາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ