ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ດ່ານກວດຄົນເຂົ້າ- ອອກ ເມືອງປາກງື່ມສູ່ນະຄອນຫລວງວຽງຈັນ ປະຕິບັດມາດຕະການຢ່າງເຂັ້ມງວດ
ເວລາອອກຂ່າວ: 2021-05-02 14:56:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ຫລາຍພາກສ່ວນໄດ້ລະດົມກຳລັງ ປະຕິບັດມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ໃນການປິດການເຂົ້າ-ອອກ ນະຄອນຫລວງວຽງຈັນ (ລັອກດາວ) ເພື່ອສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ -19 ເວົ້າສະເພາະຢູ່ ດ່ານກວດ ລະຫວ່າງເມືອງ ທ່າພະບາດ ແຂວງບໍລິຄຳໄຊ ແລະເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ . ສະຫາຍ ພັນຕີ ວັນນະວິໄລ ວັນນະວົງ ຮອງຫົວໜ້າພະແນກ ພະລາທິການ ປກສ ເມືອງ ປາກງື່ມ ທັງເປັນ ຫົວໜ້າຈຸ ກວດຄົນ ເຂົ້າ-ອອກ ເມືອງປາກງື່ມ ຈຸດທີ 1 ລາຍງານໃຫ້ຮູ້ວ່າ : ຈຸດດ່ານກວດຄົນເຂົ້າ-ອອກ ຈຸດທີ 1 ເມືອງປາກງື່ມ ເຂົ້າສູ່ນະຄອນຫລວງວຽງຈັນ ປະຕິບັດມາດຕະການຢ່າງເຂັ້ມງວດທີ່ຂັ້ນເທິງວາງອອກ ເພື່ອ ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ -19 ໂດຍທຸກພາກສ່ວນໄດ້ປະຕິບັດໜ້າທີ່ຕະຫລອດ24 ຊົ່ວໂມງ ເຂັ້ມງວດໃນການກວດກາ ຄົນເຂົ້າ-ອອກນະຄອນຫລວງວຽງຈັນ ຖ້າບຸກຄົນໃດ ທີ່ຈະເຂົ້າ-ອອກ ແມ່ນຕ້ອງໄດ້ຮັບອະນຸຍາດຈາກທາງການເທົ່ານັ້ນ ແຕ່ເຖີງຢ່າງໃດກໍຕາມ ກໍຍັງມີ ບັນຫາ ການສັນຈອນໄປມາຢູ່ ໂດຍສະເພາະກໍລະນີບຸກຄົນຈຳນວນໜຶ່ງ ຍັງບໍ່ເຂົ້າໃຈ ແລະ ການຮັບຮູ້ ມາດຕະການແຈ້ງການຕ່າງໆທີ່ຂັ້ນເທີງວາງອອກ ຍັງບໍ່ສູງ ແຕ່ພວກເຮົາກໍໄດ້ປະຕິບັດຢ່າງເຂັ້ມງວດ ໂດຍໄດ້ສຶກສາອົບຮົມ ແລະ ຈຳກັດບໍ່ໃຫ້ຜ່ານເຂົ້າສູ່ນະຄອນຫລວງວຽງຈັນຢ່າງເດັດຂາດ ຖ້າບໍ່ໄດ້ຮັບອະນຸຍາດຈາກທາງການ. ເຖີງຢ່າງໃດກໍດີ ພວກເຮົາກໍຍັງມີຄວາມຫຍຸ້ງຍາກ ໃນການປະຕິບັດໜ້າທີ່ ເປັນຕົ້ນ: ບັນຫາ ຄວາມເຂົ້າໃຈຂອງພາກສ່ວນຕ່າງໆ ທີ່ສັນຈອນ ໄປ- ມາ ໃນການ ປະຕິບັດມາດການສະກັດກັ້ນ ແລະ ຄອບຄຸມ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ -19 ກໍຄື ການປິດການສັນຈອນ ເຂົ້າສູ່ນະຄອນຫລວງ ວຽງຈັນ , ດ່ານພວກເຮົາ ຍັງຂາດ ອຸປະກອນການແພດ ເປັນຕົ້ນ ແມ່ນ ແພດປະຈຳດ່ານ ເພື່ອຮັບປະກັນ ການປ້ອງກັນພະຍາດ ພ້ອມນັ້ນ ບຸກຄະລາກອນ ປ້ອງເວນຍາມຍັງຈຳກັດ ແຕ່ເພື່ອຮັບປະກັນ ໃຫ້ວຽກງານດັ່ງກ່າວ ມີຄວາມຮັດກຸມເຂັ້ມງວດ ແລະ ມີຜົນສຳເລັດ ພວກເຮົາໄດ້ສຸມທຸມທ່າແຮງ ແລະ ກຳລັງຢ່າງສຸດຄວາມສາມາດ ເພື່ອເຮັດລ້ອນໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ