ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເມືອງໄຊທານີ ແລະ ກຸ່ມບ້ານໂຄກສີວິໄລເຂັ້ມງວດໃນການກວດຄົນເຂົ້າ-ອອກ
ເວລາອອກຂ່າວ: 2021-05-02 12:55:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ກອງບັນຊາການທະຫານເມືອງໄຊທານາ ແລະກຸ່ມບ້ານໂຄກສີວິໄລ ຮ່ວມກັບພາກສ່ວນຕ່າງໆ ຕະຫລອດເຖີງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ , ນັກທຸລະກິດ ເຂດດັ່ງກ່າວ ໄດ້ເປັນເຈົ້າການ ຢ່າງເຂັ້ມງວດໃນການ ປະຕິບັດມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ເພື່ອສະກັດກັ້ນ ແລະ ຕອບຕ້ານກັບພະຍາດໂຄວິດ-19 ທີ່ກຳລັງລະບາດເປັນວົງກ້ວາງໃນປັດຈຸບັນ ແລະ ເພື່ອເປັນການປະຕິບັດໃຫ້ຫັດກຸມ ກຸ່ມບ້ານໂຄກສີວິໄລ ໄດ້ສົມກັບ ປກຊ-ປກສ ເມືອງ ຈັດຕັ້ງດ່ານກວດຄົນເຂົ້າ-ອອກ ໃນຫລາຍຈຸດ ເຊິ່ງກຸ່ມບ້ານໂຄກສີວິໄລແມ່ນເປັນບ້ານໃຫຍ່ ຕິດກັບເສັ້ນທາງ ເລກທີ 13 ໃຕ້ ແລະ ມີຫລາຍເສັ້ນທາງເຂົ້າອອກ ແຕ່ເຖີງຢ່າງໃດກໍດີ ຍ້ອນທຸກພາກສ່ວນ ຮ່ວມໄມ້ຮ່ວມມືກັນປະຕິບັດຕາມມາດຕະການເປັນຢ່າງດີ ຕະຫລອດເຖີງ ການອຸປະຖໍ້າ ຈາກ ພໍ່ຄ້າຊາວຂາຍ ບັນດາຄອບຄົວ ແລະ ນັກທຸລະກິດ ຈຶ່ງເຮັດໃຫ້ເຂດດັ່ງກ່າວ ມີຄວາມສະຫງົບປອດໄພ ສາມາດຮັບປະກັນໄດ້ ການປະຕິບັດທີ່ຂັ້ນເທິງວາງອອກຢ່າງຫັດກຸມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ