ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກຊາວໜຸ່ມ ທະຫານແຂວງໄຊຍະບູລີ ລົງມອບເຄື່ອງຕາມຈຸດກວດກາຄົນເຂົ້າ-ອອກເມືອງ
ເວລາອອກຂ່າວ: 2021-04-30 12:53:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ:



ໃນວັນທີ 29 ເມສາ 2021 ນີ້, ພະແນກຊາວໜຸ່ມຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ເຊິ່ງນຳໂດຍ ສະຫາຍ ພັນໂທ ຄົວເນັ່ງ ຊົງ ຮອງຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ແລະ ສະຫາຍ ພັນຕີ ທອນປະດິດ ທໍ່ ຮອງພະແນກຊາວໝຸ່ມກອງບັນ ຊາການທະຫານແຂວງໄຊຍະບູລີ ພ້ອມຄະນະໄດ້ລົງເຄື່ອນໄຫວມອບນ້ຳດືມ, ໝີ່ສຳເລັດຮູບ, ກາເຟ ລວມມູນຄ່າ 2.263.000 ກີບ ໃຫ້ອ້າຍນ້ອງທະຫານ-ຕຳຫຼວດທີ່ພວມຕັ້ງໜ້າປະຕິບັດໜ້າທີ່ຢູ່ຕາມຈຸດກວດກາຄົນ ເຂົ້າ-ອອກ ເມືອງໄຊຍະບູລີ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ການລົງເຄື່ອນໄຫວມອບເຄື່ອງຕາມຈຸດກວດກາຕ່າງໆໃນຄັ້ງນີ້ລວມມີ 4 ຈຸດຄື: ຈຸດກວດກາຄົນເຂົ້າ-ອອກເມືອງ ບ້ານນາແລ້ງນ້ອຍ, ຈຸດກວດກາບ້ານນາຫຼາ, ຈຸດກວດກາຂົວນ້ຳຂອງ ແລະ ຈຸດກວດກາຊາຍແດນເມືອງໄຊຍະບູລີ ແລະ ເມືອງນ່ານ ແຂວງຫຼວງພະບາງ ໂອກາດນີ້ ສະຫາຍ ພັນໂທ ຄົວເນັ່ງ ຊົງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ອ້າຍນ້ອງທະຫານ-ຕຳຫຼວດ ທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ຂອງຕົນຕາມຂັ້ນເທິງມອບໝາຍໃຫ້ ພ້ອມທັງເນັ້ນໜັກໃຫ້ພະນັກງານທີ່ປະຈຳຢູ່ແຕ່ລະຈຸດກວດກາໃຫ້ສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນ ຄວບຄຸມຕາມມາດຕະການທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ຈົນກ່ວາຈະມີຄຳສັ່ງປ່ຽນແປງ. ຂ່າວ ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ