ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ເພີມທະວີຍົກສູງຕໍ່ວຽກງານຕ້ານສະກັດກັ້ນພະຍາດລະບາດ ໂຄວິດ-19
ເວລາອອກຂ່າວ: 2021-04-28 10:11:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ໂດຍອີງຕາມຄຳສັ່ງນາຍົກລັດຖະມົນຕີ ແຫ່ງ ສປປລາວ ວ່າດ້ວຍການເພີ້ມທະວີມາດຕະການສະກັດກັ້ນຕ້ານພະຍາດລະບາດ ໂຄວິດ-19 .ອີງຕາມການແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2151/ກປທ ລົງວັນທີ 22/4/2021 ວ່າດ້ວຍການເພີ່ມທະວີມາດຕະການສະກດກັ້ນ,ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດລະບາດ ໂຄວິດ-19 ອີງຕາມຄຳສັ່ງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວນການເພີ່ມທະວີຄວາມຮັບພິຊອບ ຂອງທຸກພາກສ່ວນ ເພື່ອສະກັດກັ້ນ,ປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ອິງຕາມການແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ຕອບໂຕ້ຕ້ານການລະບາດພະຍາດ ໂຄວິດ-19 ໃນລະຫວ່າງກາງເດືອນ ເມສາ 2021 ນີ້. ກອງພົນທີ 2 ຈື່ງຮີບຮ້ອນອອກຄຳສັ່ງແຈ້ງການພາຍໃນກົມກອງຂອງຕົນ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ຕ້ານພະຍາດ ໂຄວີດ-19 ເຊິ່ງໄດ້ແຕ່ງຄະນະຮັບຜິດຊອບລົງຊີ້ນຳຕົວຈີງແບ່ງອອກເປັນ 3 ໜ່ວຍງານ ຄື ໜ່ວຍງານທີ 1 ລົງໄປທາງທິດ ກອງພັນໃຫຍ່ 201 , ໜ່ວຍງານທີ 2 ລົງໄປທິດ ກອງພັນໃຫຍ່ 202 , ໜ່ວຍງານທີ 3 ກວດກາພະນັກງານ-ນັກຮົບ ເຂົ້າ-ອອກປະຕູໂຂງຂອງກອງພົນ. ເພື່ອກວດຂັດກອງຫາຄົນປ່ວຍ ຜູ້ທີ່ສົງໄສຕິດເຊື່ອພະຍາດ ໂຄວິດ-19 ເພື່ອບໍ່ໃຫ້ເກີດມີການຕິດເຊື້ອໃນກຳລັງປ້ອງກັນຊາດ ຮັບປະກັນສຸຂະພາບຂອງຄະນະນຳ, ພະນັກງານ-ນັກຮົບໃຫ້ແຂງແຮງ, ຜ່ານການກວດກາຄັດກອງ ເຫັນວ່າບໍ່ມີພະນັກງານ-ນັກຮົບ ທີ່ມີອຸນຫະພູມສູງຜິດປົກກະຕິ ແລະ ຄາດວ່າບໍ່ມີຜູ້ຕິດເຊື້ອພະຍາດ ໂຄວິດ-19. ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ